ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໃຫ້ທິດຊີ້ນໍາຄະນະພັກ-ຄະນະນໍາກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ແຂວງສະຫວັນນະເຂດ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ 2 ຢ່າງເຂັ້ມງວດ, ເຂັ້ມແຂງ, ແກ້ໄຂໃຫ້ວ່ອງໄວທັນເຫດການ ເພື່ອແນໃສ່ເຮັດໃຫ້ບັນຫາຢາເສບຕິດຫຼຸດລົງເທື່ອລະກ້າວ.

ການໃຫ້ທິດຊີ້ນໍາຄັ້ງນີ້ມີຂຶ້ນໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ 1 ແລະ ວາງແຜນແຜນການຈັດຕັ້ງປະຕິບັດໄລຍະທີ 2 ຢູ່ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ໃນວັນທີ 31 ພຶດສະພາ 2022, ໂດຍມີເຈົ້າແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ, ຕາງໜ້າກົມໃຫຍ່ຕຳຫຼວດ, ຫົວໜ້າ-ຮອງ ຫ້ອງ, ປກສ ເມືອງ, ນະຄອນ, ຕະຫຼອດຮອດພະນັກງານກ່ຽວຂ້ອງພາກສ່ວນຕ່າງໆເຂົ້າຮ່ວມ.

ພົທ ກົງທອງ ພົງວິຈິດ ໄດ້ໃຫ້ທິດຊີ້ນໍາວ່າ: ໃນແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະທີ 2 ຊີ້ນໍາໃຫ້ຄະນະພັກ-ຄະນະນໍາກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ແຂວງສະຫວັນນະເຂດ ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງວິຊາສະເພາະ ກໍຄືພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດ, ເຂັ້ມແຂງ, ເດັດດ່ຽວຂ້ຽວຂາດ ແລະ ວ່ອງໄວ, ແກ້ໄຂໃຫ້ໄດ້ບັນດາເປົ້າໝາຍຄ້າ ຂາຍ, ນໍາເອົາບົດຮຽນຈັດຕັ້ງປະຕິບັດໃນໄລຍະທີ 1 ມາເປັນແບບແຜນ, ແຜນການປັບປຸງແກ້ໄຂຈຸດອ່ອນໃຫ້ດີ, ສຶກສາອົບຮົມວຽກງານການເມືອງ -ແນວຄິດ, ເຜີຍແຜ່ມະຕິ, ຄຳສັ່ງໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເພື່ອສ້າງທັດສະນະແນວຄິດທີ່ໜັກແໜ້ນ, ຍົກສູງຄວາມເປັນເຈົ້າການ, ມີສະຕິຈຳແນກໄດ້ມິດສັດຕູ, ມີຄວາມຊື່ສັດບໍລິສຸດຕໍ່ຕົນເອງ ແລະ ຕໍ່ປະເທດຊາດ, ມີຄວາມຮັບ ຜິດຊອບສູງຕໍ່ວຽກງານທີ່ໄດ້ຮັບການມອບໝາຍປຸກລະດົມປະຊາຊົນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນເວົ້າລວມ, ເວົ້າສະເພາະກໍຄືບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງເຮັດໃຫ້ສັງຄົມມີຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ.

ຜ່ານການຈັດຕັ້ງປະຕິບັດໃນໄລຍະທີ 1 ແຕ່ເດືອນກັນຍາ ຫາເດືອນທັນວາ 2021, ໄດ້ຈັດຕັ້ງເຜີຍແຜ່ບັນດາເອກະສານວາລະແຫ່ງຊາດຢູ່ບັນດາກະ ຊວງ, ອົງການທີ່ກ່ຽວຂ້ອງ, ປັບປຸງກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບບັນຫາຢາ ເສບຕິດໃຫ້ຮັດກຸມຂຶ້ນກວ່າເກົ່າ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາ ຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ, ປັບປຸງຂີດຄວາມສາມາດການເຄື່ອນໄຫວ ເຮັດໜ້າທີ່ຂອງລະບົບການເມືອງແຕ່ ລະຂັ້ນ ເພື່ອຊີ້ນຳ-ນຳພາການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ເພີ່ມທະວີການຮ່ວມມືສາກົນໃຫ້ຫຼາຍຂຶ້ນ. ເຊິ່ງທົ່ວປະເທດສາມາດແກ້ໄຂ ແລະ ມ້າງລາຍ ຄະດີຢາເສບຕິດໄດ້ທັງໝົດ 3.302 ເລື່ອງ, ຈັບຜູ້ຖືກຫາໄດ້ 4.691 ຄົນ ຍິງ 462 ຄົນ, ຢຶດຂອງກາງຢາເສບຕິດປະເພດ ຢາບ້າໄດ້ 167 ລ້ານກວ່າເມັດ ກັບ 5,1 ກິໂລກຼາມ, ຢາໄອສ໌ 3.142,23 ກິໂລ ກຼາມ, ເຮໂຣອິນ 170,77 ກິໂລກຼາມ, ໂຄ ເຄນ 1,2 ກຼາມ, ຢາຝິ່ນ 5,62 ກິໂລກຼາມ, ຄັນຊາ 5.521,94 ກິໂລກຼາມ, ຢາອີ 0,08 ກິໂລກຼາມ ກັບ 1.732 ເມັດ, ແປ້ງ ຝຸ່ນປະສົມຢາເສບຕິດ 13.344,86 ກິໂລກຼາມ, ເຄຕາມິນ 3 ກິໂລກຼາມ, ຄ້າຍ ຄືເຄຕາມິນ 27,4 ກຼາມ, ຄາເຟອິນ 168 ກຼາມ, ນ້ຳຢາເຄມີ 10 ກິໂລກຼາມ, ຢຶດ ລົດໃຫຍ່ 126 ຄັນ, ລົດຈັກ 609 ຄັນ.