ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ. ໃນວັນທີ 23 ມີນາ 2018 ຜ່ານມາ. ໂດຍການເປັນຂອງ ທ່ານ ບຸນປອນ ບົວແພງ ຮັກສາການຫົວໜ້າກົມຈັດຕັ້ງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາພະນັກງານພາຍໃນພະແນກເຂົ້າຮ່ວມ.

ທ່ານ ທະວີໄຊ ເໝົາຊົມພູ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ກອງປະຊຸມຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນຫຼວງວຽງຈັນ ໃນຄັ້ງນີ້ແມ່ນວຽກໜຶ່ງທີ່ມີຄວາມສໍາຄັນ, ຈໍາເປັນ ແລະ ຂາດບໍ່ໄດ້ໃນຍຸກປັດຈຸບັນເພາະວ່າການເລືອກເອົາບຸກຄະລາກອນ ເພື່ອສືບຖອນປ່ຽນແທນໃນສະເພາະໜ້າ ແລະ ຍາວນານຈະເປັນບ່ອນອີງໃຫ້ແກ່ການບໍາລຸງ-ກໍ່ສ້າງພະນັກງານນໍາພາໄປຕາມໂຄງປະກອບການຈັດຕັ້ງ ແລະ ໜ້າວຽກຕົວຈິງໄດ້ທັງປະລິມານ ແລະ ຄຸນນະພາບ.

ການຂຶ້ນແຜນການກໍານົດພະນັກງານນໍາພາ-ຄຸ້ມຄອງໃນຊຸດນີ້, ຈຶ່ງເປັນສິ່ງທ້າທາຍຫຼາຍພໍສົມຄວນໃນການເລືອກ ແລະ ກໍານົດເປົ້າໝາຍເປົ້າໝາຍໃໝ່ ເພື່ອບັນຈຸເຂົ້າໃນແຕ່ລະຕໍາແໜ່ງງານນັ້ນດັ່ງນັ້ນ, ຈຶ່ງຈະຕ້ອງໄດ້ພ້ອມກັນຄົ້ນຄວ້າພິຈາລະນາຢ່າງລະອຽດຖີ່ຖ້ວນ, ຢ່າງພາວະວິໄສບົ້ນພື້້ນຖານຮັບປະກັນທາງດ້ານຊົນຊັ້ນ, ເພດ-ໄວ, ຊົນເຜົ່າ ແລະ ຖັນແຖວປັນຍາ ຊົນປະຕິວັດ ເພື່ອສືບທອດ-ປ່ຽນແທນ, ພຽບພ້ອມໄປດ້ວຍຄວາມຮັບຮູ້, ຄວາມສາມາດ ຈຶ່ງຈະເຮັດໃຫ້ການຂັບເຂື່ອນກົງຈັກການຈັດຕັ້ງຢູ່ພາຍໃນພະແນກໃຫ້ມີຄວາມເຂັ້ມແຂງ.