ວັນທີ 20 ມີນາ 2018 ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີເຊື່ອມຊຶມເອກະສານປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ; ເຊື່ອມຊຶມຄໍາສັ່ງເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ມະຕິເລກທີ 032/ກມສພ ວ່າດ້ວຍການສ້າງແຜນການກໍານົດພະນັກງານນໍາພາ-ຄຸ້ມຄອງ; ຄໍາສັ່ງເລກ ທີ 03/ນຍ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງອົງການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່; ມະຕິເລກທີ 031/ກມສພ ວ່າດ້ວຍການຄຸ້ມຄອງພະນັກງານ; ມະຕິເລກທີ 030/ກມສພ ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານເດືອນ 2/2018 ແລະ ທິດທາງແຜນການເດືອນ 3/2018 ຂອງຄະນະປະຈໍາພັກຄະນະກວດກາສູນກາງພັກ, ປາຖະກະຖາໂດຍ ທ່ານ ສີໃສ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ, ມີຮອງປະທານ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ສະມາຊິກພັກ-ພະນັກງານທົ່ວຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານເຂົ້າຮ່ວມຈໍານວນ 162 ສະຫາຍ, ຍິງ 57 ສະຫາຍ.


ທ່ານ ກ່າວວ່າ: ມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ມາຮອດປີນີ້ໄດ້ໝູນວຽນມາ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018), ເພື່ອໃຫ້ຮັບຮູ້-ເຂົ້າໃຈເຖິງການກໍາເນີດເຕີບໃຫຍ່ຂອງພັກເຮົາແມ່ນໄດ້ມີມູນເຊື້ອອັນພິລະອາດຫານ, ເດັດຂາດບໍ່ຍອມຈໍານົນເປັນຂ້ອຍຂ້າ, ບໍ່ຍອມເສຍບ້ານເສຍເມືອງຕ້ານການຮຸກຮານຂອງສັດຕູລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ຢ່າງເດັດດ່ຽວໜຽວແໜ້ນຂອງບັນພະບູລຸດໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ພ້ອມນັ້ນ, ກໍໄດ້ເຜີຍແຜ່ຄໍາສັ່ງເລກທີ 01/ກມສພ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ຕາມມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້. ຫຼັງຈາກນັ້ນ, ສະຫາຍ ຄໍາສວນ ຈັນທະວົງ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ເຜີຍແຜ່ບັນດາມະຕິເປັນຕົ້ນແມ່ນມະຕິເລກທີ 032/ກມສພ ວ່າດ້ວຍການສ້າງແຜນການກໍານົດພະນັກງານນໍາພາ-ຄຸ້ມຄອງ; ຄໍາສັ່ງເລກທີ 03/ນຍ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງອົງການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ແລະ ບົດສະຫຼຸບ ແລະ ທິດທາງແຜນການເຄື່ອນໄຫວວຽກງານຂອງຄະນະປະຈໍາພັກ, ເຊິ່ງສະຫາຍໄດ້ໃຫ້ຮູ້ເຖິງຄວາມສໍາຄັນ ແລະ ຈໍາເປັນຂອງການກໍານົດສ້າງພະນັກງານນໍາພາ-ຄຸ້ມຄອງເພື່ອເຮັດໃຫ້ການສືບທອດໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດໃຫ້ນັບມື້ນັບມີຄວາມລະອຽດ, ຊັດເຈນ, ເປັນລະບົບແນໃສ່ນໍາປະເທດຊາດກ້າວສູ່ຄວາມຈະເລີນຮຸ່ງເຮືອງ. ພ້ອມນັ້ນ, ກໍໄດ້ເນັ້ນໃຫ້ບັນດາສະຫາຍເລຂາໜ່ວຍພັກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຄະນະພັກຄະນະກວດກາສູນກາງພັກເພີ່ມທະວີນໍາພາການເຄື່ອນໄຫວວຽກງານຂອງຕົນໃຫ້ດີຂຶ້ນ ໂດຍຖືເອົາທິດທາງແຜນການຂອງຄະນະປະຈໍາພັກເປັນບ່ອນອີງ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ຄໍາສຸກ ບຸນ ຍະວົງ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານໄດ້ສືບຕໍ່ປາຖະກະຖາ ແລະ ເຊື່ອມຊຶມມະຕິເລກທີ 031/ກມສພ ວ່າດ້ວຍການຄຸ້ມຄອງພະນັກ ງານ; ມະຕິເລກທີ 030/ກມສພ ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດຂອງຜູ້ທີ່ຈະເປັນພະນັກງານນໍາພາຄຸ້ມຄອງພ້ອມທັງເນັ້ນໜັກໃຫ້ຮູ້ເຖິງລະບົບຂັ້ນຕອນການຄຸ້ມພະນັກງານ-ລັດຖະກອນຢ່າງລະອຽດ.