ໃນອາທິດຜ່ານມາ, ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018) ແລະ ມູນເຊື້ອ 21 ມີນາ ວັນ ເສຍອົງຄະ, ເສຍສະລະຊີວິດເພື່ອຊາດ ຄົບຮອບ 72 ປີ (21 ມີນາ 1946- 21 ມີນາ 2018) ປາຖະກະຖາໂດຍ ທ່ານ ສຸກສະຫວາດ ລັດຖະຈັກ ຫົວໜ້າຄະ ນະໂຄສະນາ-ອົບຮົມແຂວງຄຳມ່ວນ, ມີຄະນະບໍລິຫານງານພັກແຂວງ, ພະແນກການຕ່າງໆ, ກຳລັງ ປກຊ-ປກສ, ພະນັກງານອາວຸໂສບຳນານຕະຫຼອດຮອດອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.


ທ່ານ ສຸກສະຫວາດ ລັດຖະຈັກ ໄດ້ເວົ້າວ່າ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ປີ 1930, ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນສາມຊາດອິນດູຈີນ, ປີ 1893 ຝຣັ່ງໄດ້ເຂົ້າມາຢຶດຄອງລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນຈຶ່ງໄດ້ພ້ອມກັນລຸກຂຶ້ນຕໍ່ຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນ ຝຣັ່ງຢ່າງອົງອາດກ້າຫານ, ເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ; ມາຮອດປີ 1934, ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນຳພາການຕໍ່ສູ້ຂອງປະຊາຊົນແມ່ນນັບມື້ໄດ້ຮັບໄຊຊະນະ, ພັກເຮົາໄດ້ເດັດດ່ຽວນຳພາປວງຊົນລຸກຮື້ຂຶ້ນຢຶດອຳນາດ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດ ຈາກພວກຟາຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ, ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກ ເມື່ອວັນ ທີ 12 ຕຸລາ 1945. ສ້າງຕັ້ງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະຂຶ້ນໃນວັນທີ 13 ສິງຫາ 1950. ປີ 1955, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ ແລະ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ (ປີ 1951), ບັນດາສະຫາຍສະມາຊິກພັກກອມມູນິດລາວ ໄດ້ກະກຽມຄວາມພ້ອມດ້ານຕ່າງໆຢ່າງລະອຽດເປັນເວລາ 4 ປີ ຈຶ່ງໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສ້າງຕັ້ງພັກປະຕິວັດ ຂອງຕົນຂຶ້ນໃນວັນທີ 22 ມີນາ 1955 ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່.


ນອກນັ້ນ, ທ່ານຍັງໃຫ້ຮູ້ກ່ຽວກັບບັ້ນຮົບປ້ອງກັນຕົວເມືອງທ່າແຂກ ທີ່ໄດ້ເປີດສາກຂຶ້ນແຕ່ເວລາ 6 ໂມງເຊົ້າຮອດ 5 ໂມງແລງຂອງວັນທີ 21 ມີນາ 1946 ພວກສັດຕູຈຶ່ງສາມາດເຄື່ອນເຂົ້າຕົວເມືອງທ່າແຂກໄດ້, ຈາກນັ້ນການກະທຳທີ່ໂຫດຮ້າຍປ່າເຖື່ອນຂອງສັດຕູທີ່ມີຕໍ່ປະຊາຊົນລາວຜູ້ຮັກຊາດ ໄດ້ຖືກເລົ່າຂານຕໍ່ໆກັນມາໂດຍບໍ່ມີວັນທີ່ຈະຫຼົງລືມໄດ້ ແລະ ໄດ້ກາຍເປັນວັນປະຫວັດສາດຂອງທົ່ວປວງຊົນລາວທັງຊາດ ໂດຍສະເພາະປະຊາຊົນຊາວເມືອງທ່າແຂກ.