ພິທີຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນປະກາດນໍາໃຊ້ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຄົບຮອບ 1 ປີ ພາຍໃຕ້ຄໍາຂວັນ ” ໜຶ່ງດຽວກັນເພື່ອ ການເຊື່ອມໂຍງ ” ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2023 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາການນໍາພັກ-ລັດ, ຜູ້ປະກອບການພາກທຸລະກິດ, ຫົວໜ້າ-ຮອງຫົວໜ້າດ່ານ, ອົງການປົກຄອງບ້ານອ້ອມຂ້າງ ພ້ອມດ້ວຍພະນັກງານວິຊາການຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

+ ພັທ ອຸດສາ ລາສະທອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ກ່າວວ່າ:

ດ່ານສາກົນ ແລະ ຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ໄດ້ຮັບການສ້າງຕັ້ງຂຶ້ນຕາມການອະນຸມັດຂອງລັດຖະບານ ຕາມທີ່ໄດ້ລະບຸໄວ້ໃນແຈ້ງການ ສະບັບເລກທີ 1241/ຫສນຍ, ລົງວັນທີ 27 ກັນຍາ 2021 ແລະ ວັນທີ 4 ທັນວາ 2021 ໄດ້ຈັດພິທີປະກາດໃຊ້ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຢ່າງເປັນທາງການ.

ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແມ່ນມີພາລະບົດບາດເປັນເສນາທິການໃຫ້ແກ່ ອົງການປົກຄອງນະຄອນຫຼວງວຽງຈັນ ໃນການຄຸ້ມຄອງ ແລະ ການບໍລິການຂອງລັດຢູ່ໃນຂອບເຂດດ່ານ ໃຫ້ມີປະສິດທິພາບ, ປະສິດທິຜົນ, ຮັກສາໄດ້ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ໃນການເຂົ້າ-ອອກດ່ານ, ທັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຮັດບໍລິການ, ການຂົນສົ່ງຄ່ຽນຖ່າຍສິນຄ້າເຂົ້າ-ອອກ, ການຜ່ານແດນ, ການເຄື່ອນຍ້າຍສິນຄ້າຢູ່ດ່ານ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ, ໂລ່ງລຽນ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ຕາມກົດໝາຍ ແລະ ວິຊາສະເພາະທີ່ກ່ຽວຂ້ອງ, ຮັບປະກັນຜົນປະໂຫຍດຂອງຊາດ ແລະ ປະຊາຊົນໃຫ້ມີຄວາມປອດໄພ, ແນໃສ່ສ້າງການເຊື່ອມໂຍງ-ເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຢືນຢົງ.

ປັດຈຸບັນ, ຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ປະກອບມີ 5 ຂະແໜງ ທີ່ເຮັດໜ້າທີ່ບໍລິຫານລັດ ຄື:

  • ຫ້ອງການບໍລິຫານ ເຊິ່ງປະກອບມີທັງວຽກງານ ຍທຂ ແລະ ກວດກາຄຸນນະພາບສິນຄ້າ (ນໍ້າມັນເຊື້ອໄຟ)
  • ຂະແໜງ ປກສ ເຊິ່ງປະກອບມີວຽກງານ ຕມ, ປ້ອງກັນທີ່ຕັ້ງ ແລະ ຈະລາຈອນ
  • ຂະແໜງພາສີ
  • ຂະແໜງກັກກັນພືດ-ສັດ
  • ຂະແໜງສາທາ ເຊິ່ງປະກອບມີວຽກງານອາຫານ, ຢາ ແລະ ຄວບຄຸມພະຍາດ

ໃນພິທີ, ກໍໄດ້ມີການຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນປະກາດນໍາໃຊ້ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຄົບຮອບ 1 ປີ ພາຍໃຕ້ຄໍາຂວັນ “ ໜຶ່ງດຽວກັນເພື່ອການເຊື່ອມໂຍງ ” ຢ່າງເປັນຂະບວນຟົດຟື້ນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!