ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ປາຖະກະຖາຫວນ ຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ( 22 ມີນາ 1955-22 ມີນາ 2018 ) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 72 ປີ ( 21 ມີນາ 1946-21 ມີນາ 2018 ) ໃນວັນທີ 30 ມີນາຜ່ານມາ, ເພື່ອໃຫ້ພະນັກງານທົ່ວສູນກາງຊາວໜຸ່ມໄດ້ຮຽນຮູ້, ເຂົ້າໃຈເລິກເຊິ່ງກ່ຽວກັບປະຫວັດສາດທີ່ເປັນມູນເຊື້ອ, ຄວາມປີຊາສາມາດຂອງພັກເຮົາ, ຄວາມບໍ່ຍອມຈຳນົນ ແລະ ນ້ຳໃຈຮັກຊາດອັນສູງສົ່ງໃນພາລະກິດຕໍ່ສູ້ກູ້ຊາດ; ທັງເປັນການລະນຶກເຖິງຄຸນງາມຄວາມດີ ແລະ ນ້ຳໃຈຮັກຊາດຂອງປະຊາຊົນລາວ ຜູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ໂດຍການຈັດຕັ້ງ.

ສຳລັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປາຖະກະຖາ ໃຫ້ຮູ້ວ່າ: ຫວນຄືນໃນປີ 1893 ຝຣັ່ງໄດ້ເຂົ້າມາຢຶດຄອງເອົາລາວ ເປັນຫົວເມືອງຂຶ້ນ, ປະຊາຊົນລາວ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ, ຈຶ່ງໄດ້ພາກັນລຸກຮື້ຂຶ້ນຕໍ່ຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານ, ເປັນຂະບວນການຕໍ່ເນື່ອງ. ໃນປີ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈິນຂຶ້ນ ເພື່ອນໍາພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ອິນດູຈິນ. ໃນປີ 1934 ອົງຄະນະພັກແຄວ້ນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນໍາພາການຕໍ່ສູ້ຂອງປະຊາຊົນນັບມື້ນັບໄດ້ຮັບໄຊຊະນະເປັນກ້າວໆ ພັກເຮົາໄດ້ເດັດດ່ຽວນໍາພາປວງຊົນລຸກຮື້ຂຶ້ນຢຶດອໍານາດ, ຍາດເອົາອໍານາດການປົກຄອງໃນທົ່ວປະເທດ ຈາກກໍາມືຂອງພວກຟ້າຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ, ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກ ເມື່ອວັນທີ 12 ຕຸລາ 1945. ຕົກມາໃນປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ ແລະ ໂດຍປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ, ບັນດານັກກອມມູນິດລາວ ພາຍຫຼັງທີ່ໄດ້ກະກຽມມາໄດ້ໄລຍະໜຶ່ງ ກໍໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສ້າງຕັ້ງພັກປະຊາຊົນລາວ ( ພັກປະຊາຊົນ ປະຕິວັດລາວ ) ຂຶ້ນໃນວັນທີ 22 ມີນາ 1955.

ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ພັອ ແສງທອງ ດວງບັນດິດ ຫົວໜ້າກົມໂຄສະນາ ສະຫະພັນນັກຮົບເກົ່າແຫ່ງຊາດລາວໃຫ້ຮູ້ວ່າ: ພັກ-ລັດເຮົາໃຫ້ຄວາມສໍາຄັນ ແລະ ຖືວ່າພະນັກງານ-ນັກຮົບທີ່ເສຍອົງຄະທີ່ໄດ້ເຂົ້າຮ່ວມເຄື່ອນໄຫວໃນຂະບວນການປະຕິວັດລາວ ແມ່ນເປັນຜູ້ທີ່ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍມີທີ່ມາຈາກເຫດການຕໍ່ສູ້ຂອງປະຊາຊົນຊາວເມືອງທ່າແຂກ ແຂວງຄໍາມ່ວນ ຕ້ານພວກລ່າເມືອງຂຶ້ນຝຣັ່ງໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເພື່ອສະແດງຄວາມຮູ້ ບຸນຄຸນຂອງພັກ-ລັດທີ່ມີຕໍ່ບັນດາສະຫາຍນັກຮົບທີ່ໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງເພື່ອປະເທດຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຈຶ່ງໄດ້ກຳນົດເອົາວັນທີ 21 ມີນາ ເປັນວັນສຳຄັນດັ່ງກ່າວ ເພື່ອລະນຶກເຖິງນ້ຳໃຈຮັກຊາດຂອງປະຊາຊົນລາວໃນເມື່ອກ່ອນ.