ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ມູນນິທິວັນໄມ້ໂລກ ແລະ ສະມາຄົມວັດທະນະທໍາໄມ້ສາກົນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ເພື່ອເປັນການສະເຫຼີມສະຫຼອງ ວັນໄມ້ໂລກ ປະຈໍາປີ 2018 ໃຫ້ມີຄວາມໝາຍສໍາຄັນ ແລະ ເປັນຂະບວນຟົດຟື້ນ ໃນວັນທີ 31 ມີນາ ຜ່ານມາ ໂດຍມີ ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສີຈຸງ ເຢີ ປະທານສະມາຄົມວັດທະນະທໍາໄມ້ສາກົນ, ມີບັນດາຮອງລັດຖະມົນຕີ, ຕາງໜ້າແຕ່ລະກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນທັງພາຍໃນ ແລະ ຕ່າງປະເທດ ມີ 21 ປະເທດ ໃນ 5 ທະວີບ ເຂົ້າຮ່ວມ.

ການປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງ ວັນໄມ້ໂລກ ວັນທີ 21 ມີນາ; ເຊິ່ງປີນີ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວໃຫ້ບັນຍາກາດຟົດຟື້ນ ທັງເຮັດໃຫ້ວັນດັ່ງກ່າວມີ ຄວາມໝາຍສໍາຄັນຂຶ້ນຕື່ມໜຶ່ງໃນ ບັນດາກິດຈະກໍາຂອງການສະເຫຼີມ ສະຫຼອງ ຄືກິດຈະກຳປູກຕົ້ນໄມ້ ຢູ່ທີ່ຫໍພິພິທະພັນແຫ່ງຊາດ ເພື່ອຊຸກຍູ້, ສົ່ງເສີມການປູກໄມ້ໃນທົ່ວສັງຄົມ, ເປັນການສ້າງໂອກາດໃຫ້ຜູ້ແທນທີ່ມາຈາກແຕ່ລະປະເທດ ໄດ້ປູກໄມ້ເປັນທີ່ລະນຶກແກ່ວັນສໍາຄັນດັ່ງກ່າວ, ພ້ອມນັ້ນ; ຍັງຕິດພັນກັບການພັດທະນາສີຂຽວໃນຕົວເມືອງ ແລະ ເພີ່ມຄວາມສີຂຽວໃຫ້ນະຄອນຫຼວງວຽງຈັນ; ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າປ່າໄມ້ ແມ່ນຊັບພະຍາກອນທໍາມະຊາດທີ່ລໍ້າຄ່າ, ມີບົດບາດ ແລະ ຄວາມສໍາຄັນສູງຕໍ່ການພັດທະນາເສດຖະກິດ-ສັງຄົມ, ມີບົດບາດໃນການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຊີວະນາໆພັນທີ່ສໍາຄັນໃນລະດັບຊາດ, ລະດັບພາກພື້ນ ແລະ ສາກົນ, ທັງເປັນທ່າແຮງພື້ນຖານໃຫ້ແກ່ພັດທະນາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ການສ້າງພະລັງງານໄຟຟ້ານໍ້າຕົກ, ການຄົມມະນາຄົມຂົນສົ່ງທາງນໍ້າ, ການຜະລິດກະສິກໍາ, ການປະມົງ, ການອະນຸລັກດິນໃຫ້ອຸດົມສົມບູນ ພ້ອມທັງຫຼຸດຜ່ອນໄພພິບັດຂອງທໍາມະຊາດ; ນອກນັ້ນ, ປ່າໄມ້ຍັງມີບົດບາດໃນການການດໍາລົງຊີວິດໃຫ້ປະຊາຊົນໃນເຂດຊົນນະບົດ ເພື່ອການສະໜອງໄມ້ ແລະ ເຄື່ອງປ່າຂອງດົງເພື່ອນໍາໃຊ້ເຂົ້າໃນຄອບຄົວ, ເປັນຢາປົວພະຍາດ, ເປັນແຫຼ່ງອາຫານ ແລະ ເປັນສິນຄ້າສ້າງລາຍຮັບໃຫ້ປະຊາຊົນ.

ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີຈໍານວນທັງໝົດ 100 ຕົ້ນ; ໃນນີ້ມີໄມ້ດູ່ 10 ຕົ້ນ, ໄມ້ແຕ້ຄ່າ 20 ຕົ້ນ, ໄມ້ຂະຍຸງ 60 ຕົ້ນ ແລະ ໄມ້ຍາງ 10 ຕົ້ນ, ຊະນິດພັນໄມ້ເຫຼົ່ານີ້ຈະເປັນເຄື່ອງໝາຍສັນຍາລັກ ໃຫ້ແກ່ການສະເຫຼີມສະຫຼອງ ວັນໄມ້ໂລກ 2018 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ແລະ ເຊື່ອໝັ້ນວ່າບັນດາຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ຈະໄດ້ຮັບການປົກປັກຮັກສາ ແລະ ສືບຕໍ່ຈະເລີນເຕີບໂຕໃຫ້ເປັນຮົ່ມ, ສະໜອງອາກາດທີ່ປອດໂປ່ງ, ເພີ່ມຄວາມສີຂຽວໃຫ້ແກ່ນະຄອນຫຼວງວຽງຈັນ.