ໄລຍະປີ 2017, ມີຄະດີເຂົ້າສານປະຊາຊົນແຕ່ລະຂັ້ນໃນທົ່ວປະເທດ ລວມທັງຄະດີຄ້າງມາ ແລະ ເຂົ້າໃໝ່ທັງໝົດ 6.512 ເລື່ອງ ໃນນີ້ສາມາດຕັດສິນໄດ້ສໍາເລັດ 4.000 ກວ່າເລື່ອງ ກວມເອົາ 72,17%; ພາຍຫຼັງຕັດສິນແລ້ວຄູ່ຄວາມພໍໃຈເຫັນດີນໍາໄປຈັດຕັ້ງປະຕິບັດກວມເອົາເກືອບ 90%.

ກອງປະຊຸມສະຫຼຸບວຽກງານ ສານປະຊາຊົນ ທົ່ວປະເທດ ປະຈໍາປີ 2017 ແລະ ທິດທາງແຜນການ ປະຈໍາປີ 2018 ໄດ້ຈັດຂຶ້ນໃນວັນທີ 2-3 ເມສາ 2018 ເປັນປະທານໂດຍ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ, ມີບັນດາຄະນະປະທານສານປະຊາຊົນ ໃນຂອບເຂດທົ່ວປະເທດ ແລະ ພະນັກງານສານເຂົ້າຮ່ວມ.

ທ່ານ ຄໍາພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະໜຶ່ງປີຜ່ານມາ, ສານປະຊາຊົນ ໄດ້ມີຄວາມພະຍາຍາມປັບປຸງແບບແຜນວິທີເຮັດວຽກແລ້ວສ້າງກົນໄກບໍລິຫານສານ, ການບໍລິການຄະດີຢູ່ສານປະຊາຊົນແຕ່ລະຂັ້ນ, ໃຫ້ມີຄວາມສະດວກວ່ອງໄວ, ມີປະສິດຕິຜົນສູງເຮັດໃຫ້ການຕັດສີນຄະດີ, ພິພາກສາຄະດີຖືກຕ້ອງເປັນທໍາ, ຫາງສຽງບໍ່ດີຂອງສັງຄົມຕໍ່ສານປະຊາຊົນຫຼຸດໜ້ອຍຖອຍລົງ, ສະແດງອອກໃນ 1 ປີຜ່ານມາ, ມີຄະດີເຂົ້າສານຂັ້ນຕົ້ນສານເຂດ, ແຂວງ, ນະຄອນຫຼວງວຽງຈັນ ແລະ ສານທະຫານພາກ ຈໍານວນ 4.654 ເລື່ອງ, ຄ້າງມາແຕ່ປີຜ່ານມາ 1.858 ເລື່ອງ ລວມທັງໝົດ 6.512 ເລື່ອງ ໃນນີ້ຕັດສິນໄດ້ແລ້ວ 4.700 ເລື່ອງ ກວມເອົາ 72,17% ຊຶ່ງໃນການຕັດສິນແຕ່ລະຄັ້ງແມ່ນໄດ້ສຸມໃສ່ຖືເອົາຄຸນນະພາບ, ປະສິດທິພາບການແກ້ໄຂຄະດີເປັນຕົ້ນຕໍ່ສະແດງອອກໃນເວລາຕັດສິນໄປແລ້ວ ຄູ່ຄວາມພໍໃຈເຫັນດີໄປຈັດຕັ້ງປະຕິບັດ 4.087 ເລື່ອງ ກວມເອົາ 86,85%, ຄູ່ຄວາມຂໍອຸທອນ 613 ເລື່ອງ ກວມເອົາ 13,04% ລື່ນແຜນການກໍານົດໄວ.

ໃນຕໍ່ໜ້າຄະນະພັກ, ສານປະຊາຊົນຈະສືບຕໍ່ພິຈາລະນາຄະດີໃຫ້ມີຄວາມວ່ອງໄວບັນລຸ 85% ຂອງຈໍານວນຄະດີທັງໝົດ ແລະ ເອົາໃຈໃສ່ເກັບກໍາຂໍ້ມູນຫຼັກຖານໃຫ້ມີຄວາມຄົບຖ້ວນ, ພຽງພໍ, ລົງກວດກາເຫດການບ່ອນທີ່ຂັດແຍ່ງ ແລະ ນໍາເອົາບຸກຄົນທີ 3 ເຂົ້າຮ່ວມໃນການດໍາເນີນຄະດີແຕ່ຫົວທີ ໂດຍສ້າງກົນໄກຊຸກຍູ້, ສົ່ງເສີມໃຫ້ຄູ່ຄວາມມີສ່ວນຮ່ວມໃນການດໍາເນີນຄະດີຢູ່ສານໃຫ້ຫຼາຍຂຶ້ນ.