ພິທີປະກາດ ຫົວໜ້າຄະນະສານແຮງງານ ຂອງສານປະຊາຊົນສູງສຸດ ແລະ ປະທານສານປະຊາຊົນພາກກາງ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2023 ໂດຍການເປັນປະທານຂອງ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີຮອງປະທານສານປະຊາຊົນສູງສຸດ, ບັນດາຫົວ ໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າຄະນະສານປະຊາຊົນສູງສຸດ ພ້ອມດ້ວຍບັນດາຄະນະປະທານສານປະຊາຊົນພາກກາງ, ຜູ້ພິພາກສາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ຂຸນສຸວັນ ສຸທໍາມະວົງ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການແຕ່ງຕັ້ງສານປະຊາຊົນພາກກາງ ແລະ ແຕ່ງຕັ້ງຫົວໜ້າຄະນະສານແຮງງານຂອງ ສານປະຊາຊົນສູງສຸດ ຄະນະປະຈຳສະພາແຫ່ງຊາດ ຕົກລົງແຕ່ງຕັ້ງດັ່ງນີ້:

  • ແຕ່ງຕັ້ງ ທ່ານ ພົມສຸວັນ ພິລາຈັນ ຜູ້ພິພາກສາຊັ້ນສີ່ ຫົວໜ້າຄະນະສານແຮງງານ ສານປະຊາຊົນສູງສຸດ ເປັນ ປະທານສານປະຊາຊົນພາກກາງ
  • ແຕ່ງຕັ້ງ ທ່ານ ແສງສຸວັນ ຈັນທະລຸນນະວົງ ຜູ້ພິພາກສາຊັ້ນສີ່ ຮັກສາການປະທານສານປະຊາຊົນພາກກາງ ເປັນ ຫົວໜ້າຄະນະສານແຮງງານ ສານປະຊາຊົນສູງສຸດ

ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ສານປະຊາຊົນສູງສຸດ ວ່າດ້ວຍ ການເລື່ອນຜູ້ພິພາກສາສານປະຊາຊົນເຂດ III ນະຄອນຫຼວງວຽງຈັນ, ເຊິ່ງປະທານສານປະຊາຊົນສູງສຸດ ຕົກລົງເຫັນດີເລື່ອນຊັ້ນຜູ້ພິພາກສາ ຄື:

  • ເລື່ອນຊັ້ນໃຫ້ ທ່ານ ສຸລິຈັນ ວໍລະເດດ ຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນ ຜູ້ພິພາກສາຊັ້ນສອງ ປະຈໍາຢູ່ສານປະຊາຊົນເຂດ III ນະຄອນຫຼວງວຽງຈັນ
  • ເລື່ອນຊັ້ນຜູ້ພິພາກສາໃຫ້ ທ່ານ ດວງປັນຍາ ສາຍນໍລາດ ຜູ້ພິພາກສາຊັ້ນສອງ ຂຶ້ນເປັນ ຜູ້ພິພາກສາຊັ້ນສາມ ປະຈຳຢູ່ສານປະຊາຊົນນະຄອນຫຼວງວຽງຈັນ
  • ເລື່ອນຊັ້ນຜູ້ພິພາກສາໃຫ້ ທ່ານ ນາງ ພອນ ບຸນຂັນ ຜູ້ພິພາກສາຊັ້ນສອງ ຂຶ້ນເປັນ ຜູ້ພິພາກສາຊັ້ນສາມ ປະຈຳຢູ່ສານປະຊາຊົນ ນະຄອນຫຼວງວຽງຈັນ

ໂອກາດດັ່ງກ່າວ, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກໍໄດ້ໂອ້ລົມ ເຊິ່ງທ່ານເນັ້ນວ່າ: ຕໍ່ກັບປະທານສານປະຊາຊົນພາກກາງ ແລະ ຫົວໜ້າຄະນະສານແຮງງານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງໄດ້ສືບຕໍ່ສຶກສາອົບຮົມພະນັກງານ-ຜູ້ພິພາກສາທາງດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທຳ, ສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະ, ວິຊາການໃຫ້ນັບມື້ນັບສູງ, ເຮັດໃຫ້ພະນັກງານມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ສັດຊື່ບໍລິສຸດຮັບໃຊ້ປະຊາຊົນ ດ້ວຍຄວາມຈິງໃຈ, ເປັນທຳ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ.

ສິ່ງສໍາຄັນ ການສຶກສາອົບຮົມ ແມ່ນໃຫ້ດຳເນີນຢ່າງເປັນປົກກະຕິ, ປະຕິບັດດ້ວຍຫຼາຍຮູບການ, ຫຼາຍວິທີ, ມີເປົ້າໝາຍທີ່ຊັດເຈນ, ມີການສັງເກດຕີລາຄາຄືນຢ່າງເປັນລະບົບຕໍ່ເນື່ອງ.

ຕໍ່ກັບສະຫາຍທີ່ໄປຮັບໜ້າທີ່ໃໝ່ ຢູ່ສານປະຊາຊົນພາກກາງ ໃນນາມເປັນປະທານສານປະຊາຊົນພາກກາງ ຕ້ອງໄດ້ເອົາໃຈນໍາພາ-ຊີ້ນໍາໃນການປະຕິບັດໜ້າທີ່ໃຫຍ່ຕົ້ນຕໍ ຄື: ໃນຖານະທີ່ເປັນສານຂັ້ນລົບລ້າງ ໃນຄະດີທີ່ສານເຂດໄດ້ຕັດສິນເປັນຂັ້ນຕົ້ນ ແລະ ສານແຂວງ-ນະຄອນຫຼວງ ໄດ້ພິພາກສາເປັນຂັ້ນອຸທອນ ຕ້ອງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ໃນເວລາພິພາກສາຄະດີເປັນຂັ້ນລົບລ້າງທາງດ້ານກົດໝາຍ.

ຕໍ່ກັບສະຫາຍທີ່ຮັບໜ້າທີ່ໃໝ່ ຢູ່ຄະນະສານແຮງງານ ສານປະຊາຊົນສູງສຸດ ຈົ່ງສືບຕໍ່ນຳໃຊ້ປະສົບການ ແລະ ບົດຮຽນຜ່ານມາ ເພື່ອເພີ່ມທະວີການພິພາກສາຄະດີຂອງສານຂັ້ນລົບລ້າງ ແຕ່ບັນຫາທາງດ້ານກົດໝາຍໃຫ້ມີຄວາມຮັດກຸມ ແລະ ຖືກຕ້ອງຕາມກົດໝາຍ ທັງຮັບປະກັນໃຫ້ສານປະຊາຊົນສູງສຸດ ເຮັດໜ້າທີ່ໃນການຄຸ້ມຄອງມະຫາພາກຕໍ່ສານແຕ່ລະຂັ້ນໃຫ້ດີຂຶ້ນ.