ໃນອາທິດທີ່ຜ່ານມາ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມໂຄງການສ້າງຖານຂໍ້ມູນປະຊາກອນແຫ່ງຊາດ ແລະ ຄຸ້ມຄອງພົນລະເມືອງ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ພາຍໃຕ້ການເປັນປະທານໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກົມສື່ສານ, ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ການເມືອງ, ກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ, ກົມໃຫຍ່ພະລາທິການ, ກົມຄຸມຂັງ-ດັດສ້າງ, ກົມຕຳຫຼວດຈະລາຈອນ ແລະ ພະແນກທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ລຳໄພ ຍົດປະໄພ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຜູ້ຊີ້ນຳ, ຄະນະຮັບຜິດຊອບ ແລະ ກອງເລຂາ ໂຄງການສ້າງຖານຂໍ້ມູນປະຊາກອນແຫ່ງຊາດ ແລະ ຄຸ້ມຄອງພົນລະເມືອງ ສະບັບເລກທີ 243/ປກສ, ລົງວັນທີ 15 ກຸມພາ 2023.

ຈາກນັ້ນ ພັທ ບົວໄລ ເພັດສົມພອນ ຫົວໜ້າພະແນກໄອທີ ໄດ້ລາຍງານວ່າ:

ວຽກງານສ້າງສູນກາງຖານຂໍ້ມູນແຫ່ງຊາດ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນຂອງລັດຖະບານ ສປປ ລາວ, ເຊິ່ງຈະເປັນສູນຂໍ້ມູນຫຼັກຂອງພົນລະເມືອງທີ່ຈະສາມາດເຊື່ອມໂຍງ ແລະ ແບ່ງຂໍ້ມູນກັບບັນດາກະຊວງຕ່າງໆຂອງລັດຖະບານ, ສາມາດຮັບໃຊ້ວຽກງານວິຊາສະເພາະຂອງ ບັນດາກະຊວງທີ່ກ່ຽວຂ້ອງ ເວົ້າລວມ, ເວົ້າສະເພາະ ກໍແມ່ນຮັບໃຊ້ວຽກງານຂອງກົມຄຸ້ມຂອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ.

ຂໍ້ມູນດັ່ງກ່າວ ຈະເປັນຂໍ້ມູນພື້ນຖານ, ເປັນຂໍ້ມູນທີ່ໃຊ້ສຳລັບການຢັ້ງຢືນຕົວຕົນຂອງບຸກຄົນ ແລະ ມີຄວາມຈຳເປັນສໍາລັບການນໍາໄປປະກອບທຸລະກໍາດ້ານຕ່າງໆຂອງສັງຄົມ, ການບັນທຶກຂໍ້ມູນເຂົ້າໃນລະບົບຖານຂໍ້ມູນ ແລະ ການນໍາໃຊ້ລະບົບເຄືອຄ່າຍທີ່ທັນສະໄໝ ຈະເຮັດໃຫ້ການບັນທຶກ, ຄົ້ນຫາຂໍ້ມູນສ່ວນບຸກຄົນຢູ່ໃນຂອບເຂດທົ່ວປະເທດ ມີຄວາມສະດວກວ່ອງໄວທັນການ.

ສ້າງສູນກາງຖານຂໍ້ມູນແຫ່ງຊາດ ຮັບໃຊ້ເຂົ້າໃນລະບົບຄຸ້ມຄອງສຳມະໂນຄົວ, ບັດປະຈໍາຕົວ, ຄຸ້ມຄອງອາຊີບ-ພາຫະນະພິເສດ, ພັດທະນາລະບົບສູນກາງຖານຂໍ້ມູນແຫ່ງຊາດ ໃຫ້ມີຄວາມໝັ້ນຄົງ, ຮັບປະກັນການເຊື່ອມໂຍງຂໍ້ມູນ ແລະ ການໃຫ້ການບໍລິການປະຊາຊົນເປັນລະບົບຕໍ່ເນື່ອງ, ຮັບໃຊ້ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ກໍຄື ການວາງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ການປະຕິບັດສິດພັນທະຂອງພົນລະເມືອງ ໃຫ້ຖືກຕ້ອງ ທັງຮັບປະກັນໃຫ້ວຽກງານວິຊາສະເພາະຂອງວຽກງານປ້ອງກັນຊາດ-ກຳລັງປ້ອງກັນຄວາມສະຫງົບ, ເພື່ອຕິດຕາມກວດກາການເຄື່ອນໄຫວການເໜັງຕີງຂອງພົນລະເມືອງ ແລະ ການຄຸ້ມຄອງການປະກອບອາຊີບຂອງປະຊາຊົນ ໃນຂອບເຂດທົ່ວປະເທດ.