ຮອງປະທານສະພາແຫ່ງຊາດ ໄດ້ໂອ້ລົມຄະນະສານປະຊາຊົນ ໃນກອງປະຊຸມສະຫຼຸບວຽກງານສານປະຊາຊົນທົ່ວປະເທດ ປະຈໍາປີ 2017 ແລະ ຜ່ານທິດທາງແຜນການ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 2-3 ເມສາ 2018 ແນໃສ່ຮັບປະກັນການພິພາກສາຄະດີໃຫ້ຖືກຕ້ອງເປັນທໍາ ເພື່ອຫຼີກລ່ຽງຫາງສຽງບໍ່ດີຂອງສັງຄົມຕໍ່ສານປະຊາຊົນໃຫ້ຫຼຸດໜ້ອຍຖອຍລົງ, ສ້າງຄວາມເຊື່ອຖືຮັກແພງຍ້ອງຍໍຊົມເຊີຍຫຼາຍຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ.

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ໄດ້ໂອ້ລົມຕໍ່ສານປະຊາຊົນທົ່ວປະເທດ ໃຫ້ເພີ່ມທະວີໃນການປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ຮັບປະກັນໃຫ້ການພິພາກສາຄະດີຖືກຕ້ອງເປັນທໍາ ເພື່ອຫຼີກລ່ຽງຫາງສຽງບໍ່ດີຂອງສັງຄົມຕໍ່ສານປະຊາຊົນ ໂດຍສະເພາະແມ່ນຈະຕ້ອງໄດ້ສຸມໃສ່ປັບປຸງແບບແຜນວິທີເຮັດວຽກແລ້ວສ້າງກົນໄກບໍລິຫານສານ, ການບໍລິການຄະດີຢູ່ສານປະຊາຊົນແຕ່ລະຂັ້ນ, ໃຫ້ມີຄວາມສະດວກວ່ອງໄວ, ມີປະສິດທິຜົນສູງເຮັດໃຫ້ການຕັດສິນຄະດີ ແລະ ຜັນຂະຫຍາຍ 5 ແຜນງານ, 21 ໂຄງການ ແລະ ກິດຈະກໍາລະອຽດຂອງແຜນພັດທະນາຂອງສານປະຊາຊົນສູງສຸດວາງອອກ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງສານປະຊາຊົນແຕ່ລະຂັ້ນ ຈົນເຮັດໃຫ້ສານປະຊາຊົນມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ບຸກຄະລະກອນ ໂດຍສະເພາະໃນການຕັດສິນຄະດີມີຄວາມວ່ອງໄວ, ໂປ່ງໃສ່, ຖືກຕ້ອງ ແລະ ຍຸຕິທໍາເທື່ອລະກ້າວ.

ໃນກອງປະຊຸມຍັງໄດ້ຍົກໃຫ້ເຫັນຜົນງານໃນ 1 ປີຜ່ານມາວ່າ: ຄະນະພັກ, ຄະນະນໍາຂອງສານປະຊາຊົນສູງສຸດ ກໍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ມີກິດຈະກໍາລະອຽດຂອງແຜນພັດທະນາຂອງສານປະຊາຊົນສູງສຸດວາງອອກ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງສານປະຊາຊົນແຕ່ລະຂັ້ນ ຈົນເຮັດໃຫ້ສານປະຊາຊົນມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ບຸກຄະລະກອນ ໂດຍສະເພາະໃນການຕັດສີນຄະດີມີຄວາມວ່ອງໄວ, ໂປ່ງໃສ່, ຖືກຕ້ອງ ແລະ ຍຸຕິທໍາເທື່ອລະກ້າວ.

ໃນປີ 2017 ມີຄະດີເຂົ້າສານຂັ້ນຕົ້ນ ( ສານເຂດ, ແຂວງ, ນະຄອນຫຼວງ ແລະ ສານທະຫານພາກ ) ຈໍານວນ 4.654 ເລື່ອງ, ຄ້າງມາແຕ່ປີຜ່ານມາ 1.858 ເລື່ອງ ລວມທັງໝົດ 6.512 ເລື່ອງ; ໃນນີ້, ຕັດສີນໄດ້ແລ້ວ 4.700 ເລື່ອງ ກວມເອົາ 72,17%.