ຄະນະນໍາກະຊວງ ປກສ ນໍາໂດຍ ພົຕ ສົມແກ້ວ ສີລາວົງ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງ ປກສ ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 57 ປີ (4 ເມສາ 1961-4 ເມສາ 2018) ໃນວັນທີ 4 ເມສາ 2018 ເພື່ອເປັນການສະແດງຄວາມຮູ້ບຸນຄຸນແກ່ທ່ານປະທານປະເທດທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງປ້ອງກັນຄວາມສະຫງົບດ້ວຍດີຕະຫຼອດມາ.

ໂອກາດດັ່ງກ່າວ, ພົຕ ສົມແກ້ວ ສີລາວົງ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງ ແລະ ກໍາລັງປ້ອງກັນຄວາມສະຫງົບທຸກທົ່ວໜ້າ ອວຍພອນໃຫ້ທ່ານປະທານປະເທດຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຍືນ, ເປັນເສົາຄໍ້າໃຫ້ແກ່ປະເທດຊາດ ແລະ ກໍາລັງປ້ອງກັນຄວາມສະຫງົບຕໍ່ໄປ, ສືບຕໍ່ຊີ້ນໍາ-ນໍາພາກໍາລັງປ້ອງກັນຄວາມສະຫງົບປະຕິບັດໜ້າທີ່ວຽກງານຕ່າງໆ ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບສາມາດແກ້ໄຂໄດ້ທຸກປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນປະເທດ, ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງປະເທດໃຫ້ມີຄວາມສະຫງົບປອດໄພໄດ້ໂດຍພື້ນຖານ.

ພ້ອມດຽວກັນນີ້, ທ່ານປະທານປະເທດ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາກະຊວງ ປກສ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບທົ່ວກໍາລັງປ້ອງກັນຄວາມສະຫງົບ, ປັບປຸງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດທິດສະດີການເມືອງ-ການປົກຄອງໃຫ້ກໍາລັງປ້ອງກັນຄວາມສະຫງົບໃຫ້ຫຼາຍຂຶ້ນ, ແນໃສ່ເຮັດໃຫ້ທົ່ວກໍາລັງປ້ອງກັນຄວາມສະຫງົບມີຄວາມໜັກແໜ້ນເຂັ້ມແຂງ, ມີຄຸນນະພາບດີ ແລະ ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ເພີ່ມທະວີນໍາກໍາລັງລົງກໍ່ສ້າງຮາກຖານການເມືອງ; ເອົາໃຈໃສ່ກໍ່ສ້າງພະນັກງານ-ນັກຮົບໃນແຕ່ລະຂັ້ນໃຫ້ມີຄວາມຊໍານິຊໍານານໃນການປະຕິບັດວຽກງານໃນແຕ່ລະດ້ານ; ທີ່ສໍາຄັນ, ຄະນະພັກ-ຄະນະນໍາກະຊວງ ຕ້ອງພ້ອມກັນນໍາພາກໍາລັງເຮັດໜ້າທີ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ປຸ້ນຈີ້, ຊິງຊັບ, ລັກຊັບພົນລະເມືອງ, ສໍ້ໂກງຊັບ, ຍັກຍອກຊັບ, ຄ້າມະນຸດ, ຄ້າໂສເພນີ, ອຸບັດຕິເຫດຕາມທ້ອງຖະໜົນ ແລະອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບປອດໄພດີຂຶ້ນເລື້ອຍໆ.