ໃນອາທິດຜ່ານມາ, ແຂວງບໍລິຄໍາໄຊ ໄດ້ຈັດພິທີວາງສີລາລືກກໍ່ສ້າງຕຶກອາຄານຫ້ອງການຫຼັງໃໝ່ຂອງບໍລິສັດສະຕາ ໂທລະຄົມ (ຢູນິເທວ) ສາຂາແຂວງບໍລິຄໍາໄຊ, ເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍໄຊ, ມີ ພັອ ອຸລະຫາ ທອງວັນທາ ປະທານສະພາບໍລິຫານບໍລິສັດສະຕາໂທລະຄົມຈໍາກັດ, ມີຜູ້ອໍານວຍການໃຫ່ຍບໍລິ ສັດຕາໂທລະຄົມ, ມີບັນດາການນໍາຂັ້ນເມືອງ, ບັນດາຫົວໜ່ວຍທຸລະກິດ, ນັກທຸລະກິດ ແລະ ພະນັກງານພາຍໃນຍູນິເທວສາຂາແຂວງບໍລິຄໍາໄຊເຂົ້າຮ່ວມ.
ໂຄງການກໍ່ສ້າງຕຶກອາຄານຫ້ອງການຫຼັງໃໝ່ຂອງຢູນິເທວສາຂາແຂວງບໍລິຄໍາໄຊ, ຕັ້ງຢູ່ບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ມູນຄ່າການກໍ່ສ້າງ 3,2 ຕື້ກີບ, ການອອກແບບແມ່ນເປັນຮູບແບບອາຄານທີ່ທັນສະໄໝ, ໂດຍແມ່ນບໍລິສັດແກ້ວນະຄອນສໍາຫຼວດອອກແບບ ແລະ ກໍ່ສ້າງເຄຫາສະຖານຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງສ່ວນໄລຍະເວລາການກໍ່ສ້າງແມ່ນ 9 ເດືອນ (ນັບແຕ່ເດືອນ ເມສາ ຫາເດືອນ ທັນວາ ປີ 2018) ແມ່ນໃຫ້ສໍາເລັດ, ຈຸດເດັ່ນຂອງອາຄານຫຼັງນີ້ ແມ່ນເປັນຕຶກອາຄານ 3 ຊັ້ນ ຮູບແບບທີ່ທັນສະໄໝ, ຂະໜາດ 12×16 ແມັດ, ໃນອາຄານຈະປະກອບດ້ວຍຫຼາຍຫ້ອງ, ມີອຸປະກອນຫຼາຍຢ່າງທີ່ເໝາະສໍາລັບການປະຕິໜ້າທີ່ຂອງພະນັກງານໃນການບໍລິການປະຊາຊົນ, ຜູ້ມາໃຊ້ບໍລິການໃຫ້ສະດວກວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ. ພາຍຫຼັງກໍ່ສ້າງສໍາເລັດແລ້ວ; ນອກຈາກຈະເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບລະຫວ່າງສອງຊາດລາວ ແລະ ຫວຽດນາມແລ້ວຍັງເປັນຂີດໝາຍຂອງການພັດທະນາທີ່ດີທາງດ້ານການໂທລະຄົມສື່ສານ, ອິນເຕີເນັດ ແລະ ລະບົບ ICT ດ້ານຕ່າງໆແກ່ປະຊາຊົນທັງສອງຊາດໃຫ້ມີຄວາມສະດວກ-ວ່ອງໄວ ແລະ ທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.


ໃນພິທີ, ທ່ານ ກາວແອັງເຊີນ ຜູ້ອໍານວຍການໃຫຍ່ບໍລິສັດສະຕາໂທລະຄົມ ຕາງໜ້າເຈົ້າຂອງໂຄງການໄດ້ກ່າວມອບ ໂຄງການໃຫ້ບໍລິສັດແກ້ວນະຄອນສໍາຫຼວດ-ອອກແບບ ແລະ ກໍ່ສ້າງເຄຫາສະຖານເພື່ອລິເລີ່ມລົງມືກໍ່ສ້າງໃຫ້ສໍາເລັດ ຕາມກໍານົດເວລາທີ່ວາງໄວ້, ຫຼັງຈາກນັ້ນ, ທ່ານເຈົ້າແຂວງບໍລິຄໍາໄຊ ກໍໄດ້ມີຄໍາເຫັນຕໍ່ພິທີ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ອໍານວຍການບໍລິສັດສະຕາໂທລະຄົມຈໍາກັດ ແລະ ອໍານວຍການຫ້ອງການຢູນິເທວສາຂາແຂວງບໍລິຄໍາໄຊ ທີ່ໄດ້ມີສ່ວນ ຮ່ວມໃນການປະກອບສ່ວນເຂົ້າໃນການປະກອບສ່ວນເຂົ້າໃນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ, ພິເສດກໍແມ່ນການປະກອບສ່ວນສ້າງໂຮງຮຽນມິດຕະພາບລາວ-ຫວຽດນາມ ມູນຄ່າ 27 ພັນໂດລາສະຫາລັດ; ນອກນັ້ນ, ຍັງມີກິດຈະກໍາຊ່ວຍເຫຼືອສັງຄົມອື່ນໆ. ພ້ອມທັງເນັ້ນໜັກໃຫ້ທາງບໍລິສັດຈົ່ງດຳເນີນທຸລະກິດຕາມວິໃສທັດທີ່ວ່າ: ການເຄື່ອນໄຫວດໍາເນີນທຸລະກິດຕ້ອງຕິດພັນກັບວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ປັບປຸງການບໍລິການ, ການດຳເນີນທຸລະກິດຂອງຕົນໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ, ສອດຄ່ອງກັບການພັດທະນາໂຄງລ່າງໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດທີ່ມີຄວາມໄວສູງເພື່ອສ້າງໃຫ້ເປັນຂະແໜງອຸດສາຫະກຳທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງຍືນຍົງທັງເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຫຼັງຈາກນັ້ນ ໄດ້ມີການຕັດແຖບຜ້າວາງສີລາລືກໂຄງການກໍ່ສ້າງຄັ້ງນີ້ເພື່ອເປັນສິລຸງມຸງຄຸນ.