ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຈັດພິທີປະຖະກະຖາຫວນຄືນມູນເຊື່ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955 22 ມີນາ 2018), ໂດຍການປະຖະກະຖາຂອງ ພັທ ຄຳປາດອິນ ທະລັງສີ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ, ມີຫົວໜ້າພະແນກ-ຮອງພະແນກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ຄຳປາດ ອິນທະລັງສີ ໄດ້ເວົ້າວ່າ: ມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດປີ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນສາມຊາດອິນດູຈິນ ປີ 1893 ຝຣັ່ງໄດ້ເຂົ້າມາຍຶດຄອງລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວຖືກກົດຂີ້ຂຸດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ, ຈຶ່ງໄດ້ພ້ອມກັນລຸກຂຶ້ນຕໍ່ຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນຝຮັ່ງຢ່າງອົງອາດກ້າຫານ ເປັນຂະບວນກ້ວາງຂວາງ ແລະ ຕໍ່ເນື່ອງ ມາຮອດປີ 1934 ອົງຄະນະພັກແຄ້ວນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນຳພາການຕໍ່ສູ້ຂອງປະຊາຊົນນັບມື້ແມ່ນໄດ້ຮັບໄຊຊະນະເປັນກ້າວໆ ພັກເຮົາໄດ້ເດັດດ່ຽວນຳພາປວງຊົນລຸກຮື້ຂຶ້ນຍຶດອຳນາດ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດຈາກພວກຟາຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ, ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກເມື່ອວັນທີ 12 ຕຸລາ 1945. ສ້າງຕັ້ງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະຂຶ້ນໃນວັນທີ 13 ສິງຫາ 1950 ທັງໝົດເຫດການດັ່ງກ່າວນັ້ນ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນເຮົາມີຄຸນນະພາບໃໝ່, ປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ ແລະ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ (ປີ1951), ບັນດາສະຫາຍສະມາຊິກພັກກອມມູນິດລາວ ໄດ້ກະກຽມຄວາມພ້ອມດ້ານຕ່າງໆຢ່າງລະອຽດ ເປັນເວລາ 4 ປີ ຈຶ່ງໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສ້າງຕັ້ງພັກປະຕິວັດຂອງຕົນ ຂຶ້ນໃນວັນທີ 22 ມີນາ 1955 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຂອງຄະນະບໍລິຫານງານສູນການພັກ. ບັນດາການນຳພັກ-ລັດ, ພະນັກງານນັກຮົບປະຕິວັດແຕ່ລະຮຸ່ນທີ່ເສຍສະຫຼະຊິວິດໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສະແດງເຖິງຄວາມເຄົາລົບຮັກຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ເດັດດ່ຽວຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືນັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫ້ານ ເຊິ່ງຄຸນງາມຄວາມດີ ແລະ ຜົນງານໃຫຍ່ຫຼວງດັ່ງກ່າວ ແລະ ໄດ້ຈາລຶກໃວ້ໃນປະຫວັດສາດ ແລະ ຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດຕະຫຼອດກາລະນາ ແລະ ທ່ານຍັງໄດ້ຍົກໃຫ້ເຫັນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໄດ້ເປີດສາກຂຶ້ນແຕ່ເວລາ 6 ໂມງເຊົ້າ ຮອດ 5 ໂມງແລງຂອງວັນທີ 21 ມີນາ 1946 ພວກສັດຕູຈຶ່ງສາມາດເຄື່ອນເຂົ້າຕົວເມືອງທ່າແຂກໄດ້; ຈາກນັ້ນ, ການກະທຳທີ່ໂຫດຮ້າຍປ່າເຖື່ອນຂອງສັດຕູທີ່ມີຕໍ່ປະຊາຊົນລາວຜູ້ຮັກຊາດ ໄດ້ຖືກເລົ່າຂານຕໍ່ໆກັນມາ ໂດຍບໍ່ມີິວັນທີ່ຈະຫຼົງລືມໄດ້ ແລະ ໄດ້ກາຍເປັນວັນປະຫວັດສາດຂອງທົ່ວປວງຊົນລາວທັງຊາດ ໂດຍສະເພາະແມ່ນປະຊາຊົນຊາວ ເມືອງທ່າແຂກ. ນອກນັ້ນ, ຍັງໄດ້ຫວນຄືນປະຫັວດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ໂດຍໃຕ້ການຊີ້ນຳ-ນຳພາສືກສາອົບຮົມ ໂດຍກົງເດັດຂາດ ແລະ ຮອບດ້ານຂອງພັກ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຕິວັດສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸດລາວອັນຍິ່ງໃຫຍ່ ຍິ່ງຕີກໍຍິ່ງມີໄຊຊະນະ ຍິ່ງສູ້ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ທັງເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນມາຈາກປະຊາຊົນ ໂດຍປະຊາຊົນຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ມາໃນວັນທີ 5 ເມສາ 1961 ກຳລັງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ບ້ານເລີຍ ຕາແສງເມືອງໂສຍ ແຂວງຫົວພັນ ໂດຍແມ່ນທ່ານ ພູມີ ວົງວິຈິດ ເປັນຜູ້ບັນດາໂດຍກົງ ໂດຍພາຍໃຕ້ການຊີ້ນຳຂອງພັກທີ່ມີແນວທາງການເມືອງຖືກຕ້ອງ ກຳລັງປ້ອງກັນຄວາມສະຫງົບ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດຈົນເຖິງປັດຈຸບັນ.