ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດພິທີມອບໃບຢັ້ງຢືນ ກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ຈຳນວນ 67 ສະຫາຍ ຍິງ 14 ສະຫາຍ ໃນວັນທີ 4 ເມສາ 2018; ມອບໃບຢັ້ງຢືນ ແລະ ປະດັບໂດຍ ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ມີບັນດາຄະນະພັກ-ຄະນະບັນຊາ, ຫ້ອງຕະຫຼອດເຖິງພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ວົງດາລາ ຄຳຮຸ່ງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ສັນຕິບານ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 14/ຄພປກສ ລົງວັນທີ 13 ມີນາ 2018 ຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຮັບຮອງ ແລະ ຢັ້ງຢືນປະເພດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017 ຈຳນວນ 8 ໜ່ວຍຂອງກົມໃຫຍ່ສັນຕິບານ; ໃນນີ້, ມີໜ່ວຍພັກຮາກຖານກົມ 201, ໜ່ວຍພັກຮາກຖານກົມ 204, ໜ່ວຍພັກຮາກຖານກົມເຕັກນິກສະເພາະ, ໜ່ວຍພັກຮາກຖານກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ໜ່ວຍພັກຮາກຖານຫ້ອງການ, ໜ່ວຍພັກຮາກຖານຫ້ອງການເມືອງ, ໜ່ວຍພັກຮາກຖານຫ້ອງພະລາທິການ ແລະ ໜ່ວຍພັກຄົ້ນຄວ້າ-ໄຂກົດ ກົມ 202.

ພ້ອມດຽວກັນນີ້, ຍັງໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຈໍານວນ 67 ສະຫາຍ ຍິງ 14 ສະຫາຍ; ໃນນັ້ນ, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 16 ສະຫາຍ ຍິງ 2 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 15 ສະຫາຍ ຍິງ 3 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 14 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 21 ສະຫາຍ ຍິງ 9 ສະຫາຍ ແລະ ຊັ້ນ ສິບໂທ ຂຶ້ນ ສິບເອກ 1 ສະຫາຍ.

ໃນພິທີ, ຍັງໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018), ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018) ແລະ ເຜີຍແຜ່ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງໃໝ່) ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ; ປາຖະກະຖາໂດຍ ພົຈວ ບຸນມີ ແສງຄໍາຢອງ.