ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາວັນສ້່ງຕັ້ງກຳລັງ ປກສ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018 ) ແລະ ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ໃນວັນທີ 4 ເມສາ 2018, ໂດຍການປາຖະກະຖາ ແລະ ປະດັບຊັ້ນໂດຍ ພັອ ໄຊສີ ແກ້ວສະຫງ່າ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ.

ພັອ ໄຊສີ ແກ້ວສະຫງ່າ ໄດ້ຍົກໃຫ້ເຫັນວ່າ: ພາລະກິດປະຕິວັດຕໍ່ສູ້ກູ້ຊາດ ແລະ ໄດ້ຮັບການກໍ່ສ້າງ, ປັບປຸງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນໃນຂະບວນວິວັດແຫ່ງແປວໄຟຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃນແຕ່ລະໄລຍະ ຄື: ໃນປີ 1954 ໄດ້ເຕົ້າໂຮມແຂວງຫົວພັນ ແລະ ແຂວງຜົ້ງສາລີ ເພື່ອປົກປັກຮັກສາອົງການນໍາຂອງພັກ, ອໍານາດການປົກຄອງປະຕິວັດຢູ່ 2 ແຂວງ ເຕົ້າໂຮມໄດ້ຕົກລົງແຕ່ງຕັ້ງກໍາລັງປ້ອງກັນຂຶ້ນ, ໄດ້ຕົກລົງປ່ຽນຊື່ຄະນະປ້ອງກັນພາຍໃນ ມາເປັນ ຫ້ອງການປ້ອງກັນຄວາມສະຫງົບສູນກາງ ຊີ້ນໍາໂດຍ ທ່ານ ສີສົມພອນ ລໍວັນໄຊ ແລະ ມອບໃຫ້ທ່ານ ຊົມຊື່ນ ຄໍາພິທູນ ເປັນຜູ້ນໍາພາ-ບັນຊາຕົວຈິງ, ມາຮອດທ້າຍປີ 1961 ທ່ານ ຊົມຊື່ນ ຄໍາພິທູນ ເປັນຫົວໜ້າ ແລະ ທ່ານ ບຸນມາ ມີທອງ ເປັນຮອງໃນໂອກາດດຽວກັນນີ້ ລັດຖະບານໄດ້ຕົກລົງ ແລະ ອອກດໍາລັດສະບັບທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນມື້ສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.

ໃນພິທີ, ພັທ ນາງ ບຸນທ່ຽງ ພົມແພງມີ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ເລກທີ 554/ ປກສ ລົງວັນທີ 3 ເມສາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການປ້ອງກັນທີ່ຕັ້ງ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ເລກທີ 808/ກມປສ ລົງວັນທີ 26 ມີນາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການປ້ອງກັນທີ່ຕັ້ງ ໂດຍຕົກລົງເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ ແລະ ສິບເອກ ຂຶ້ນ ວາທີ 1 ສະຫາຍ.