ວັນທີ 7 ເມສາຜ່ານມາ, ນັກສຶກສາປະລິນຍາໂທ ຮຸ່ນທີ VIII ຂະແໜງສັນຕິບານວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ( ວປສ ) ຈຳນວນ 2 ສະຫາຍ ຍິງ 1 ສະຫາຍ ໄດ້ປ້ອງກັນວິທະຍານິພົນຈົບຊັ້ນ ໃນ 2 ຫົວຂໍ້ ພາຍຫຼັງທີ່ບັນດານັກສຶກສາຈຳນວນ 16 ສະຫາຍ ໄດ້ສຳເລັດການປ້ອງກັນແລ້ວ 16 ຫົວຂໍ້, ເຊິ່ງຈະສືບຕໍ່ປ້ອງກັນຕື່ມອີກ 17 ຫົວຂໍ້ ຄາດວ່າຈະສຳເລັດໃນທ້າຍເດືອນນີ້.

ການປ້ອງກັນວິທະຍານິພົນຈົບຊັ້ນໃນຄັ້ງນີ້, ເປັນປະທານໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວປສ ທັງເປັນປະທານສະພາວິທະຍາສາດ ວປສ, ມີອາຈານທີ່ປຶກສາ ແລະ ນັກສຶກສາເຂົ້າຮ່ວມ; ເຊິ່ງນັກສຶກສາ 2 ສະຫາຍ ໄດ້ປ້ອງກັນ 2 ຫົວຂໍ້ຄື: ຍົກສູງຄຸນນະພາບວຽກງານປ້ອງກັນຄວາມສະຫງົບ ໃນຂົງເຂດວັດທະນະທຳ ຢູ່ແຂວງວຽງຈັນ ປ້ອງກັນໂດຍ ພັທ ນາງ ທອງສີ ທະແອ໋ງພົງສັກ ແລະ ຫົວຂໍ້ ຍົກສູງຄຸນນະພາບວຽກງານປ້ອງກັນ-ສະກັດກັ້ນການເຄື່ອນໄຫວລະເມີດຄວາມສະຫງົບ ຕາມບໍລິ ເວນຊາຍແດນລາວ-ໄທ ຢູ່ແຂວງບໍລິຄຳໄຊ ປ້ອງກັນໂດຍ ພັຕ ຄໍາລອນ ທໍາມະວົງ.

ຜ່ານການອະທິບາຍຢ່າງລະອຽດຈະແຈ້ງ, ຖືກລະບຽບທີ່ວາງອອກໃນແຕ່ລະຫົວຂໍ້ຂອງນັກສຶກສາ, ບັນດາຄະນະປະທານ ແລະ ອາຈານທີ່ປຶກສາ ໄດ້ມີຄຳເຫັນສະເໜີໃຫ້ກວດກາລະອຽດຕື່ມກ່ຽວກັບປະໂຫຍກຄຳສັບໃນວິທະຍານິພົນ ເພື່ອນຳໄປປັບປຸງໃຫ້ຄົບຖ້ວນສົມບູນຍິ່ງຂຶ້ນ.

ນັກສຶກສາປະລິນຍາໂທ ຮຸ່ນທີ VIII ຂະແໜງສັນຕິບານ ວປສ ໄດ້ເລີ່ມຄົ້ນຄວ້າຮໍ່າຮຽນ ໃນວັນທີ 24 ເມສາ 2016 ໃຊ້ເວລາຮຽນ 2 ປີ ມີນັກສຶກສາ 35 ສະຫາຍ ຍິງ 1 ສະຫາຍ ທີ່ແມ່ນພະນັກງານຂັ້ນນຳພາ-ບັນຊາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ ທົ່ວປະເທດ; ໂດຍຄາດວ່າຈະສຳເລັດການປ້ອງກັນວິທະຍານິພົນທັງໝົດ 35 ຫົວຂໍ້ ໃນທ້າຍເດືອນເມສາ.