ວິທະຍາໄລ ສຸກສະຫວັດ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດງານພົບປະແລກປ່ຽນບົດຮຽນ ແລະ ປະສົບການຂອງນັກສຶກສາ ຄັ້ງທີ 9 ເພື່ອສ້າງໃຫ້ນັກສຶກສາໄດ້ຮູ້ຈັກກັນ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ເປັນຈິດໜຶ່ງໃຈດຽວ ພ້ອມກັນຄົ້ນຄວ້າຊອກຮຽນຮູ້ສິ່ງດີໆ ເພື່ອພັດທະນາຕົນເອງໃຫ້ມີຄຸນນະພາບ ກຽມພ້ອມກ້າວເຂົ້າສູ່ໄລຍະໃໝ່.

ງານດັ່ງກ່າວຈັດຂຶ້ນວັນທີ 7 ເມສາ 2018, ໂດຍມີທ່ານ ຮສຈ ປອ ສົມຈິດ ສຸກສະຫວັດ ປະທານທີ່ປຶກສາວິທະຍາໄລ ສຸກສະຫວັດ, ທ່ານ ອາຈານ ຄຳ ພົມມາທາ ອຳນວຍການວິທະຍາໄລ ສຸກສະຫວັດ, ຄະນະອຳນວຍການ, ຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ, ເຊິ່ງພາຍໃນງານບັນດານັກສຶກສາໄດ້ມີການເລົ່າເຖິງປະສົບການ-ການຮໍ່າຮຽນ, ການລົງຝຶກງານຂອງຕົນໃຫ້ກັນຊາບ. ນອກນັ້ນ, ຍັງມີພິທີບາສີສູ່ຂວັນ ແລະ ບັນດານັກສຶກສາລຸ້ນອ້າຍ-ເອື້ອຍ-ນ້ອງ ໄດ້ສ້າງກິດຈະກຳຫຼິ້ນເກມຮ່ວມກັນ ເຊັ່ນ: ເກມໂຍນປຸມເປົ້ານໍ້າ, ຈັບອ່ຽນໃສ່ຄຸ, ຕີມວຍໜ້ານໍ້າ ເຊິ່ງບັນຍາກາດດຳເນີນໄປຢ່າງຖືກຕ້ອງຕາມຮີດຄອງປະເພນີລາວ, ຄວາມເບີກບານມ່ວນຊື່ນ ແລະ ຮັກແພງສາມັກຄີ.

ວິທະຍາໄລ ສຸກສະຫວັດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາ ໄດ້ດຳເນີນການຮຽນ-ການສອນຕາມຂໍ້ກຳນົດກົດລະບຽບຂອງ ກະຊວງສຶກສາທິການ ແລະ ກິລາ ມີ 3 ຂະແໜງການຮຽນ ຄື: ຂະແໜງບໍລິຫານທຸລະກິດທົ່ວໄປ, ຂະແໜງການເງິນ-ການບັນຊີ ແລະ ຂະແໜງພາສາອັງກິດການໂຮງແຮມ ແລະ ທ່ອງທ່ຽວ ເພື່ອສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ມີສິນລະທຳ, ມີຈິດໃຈປອດໃສຂາວສະອາດ, ມີຮ່າງກາຍສົມບູນ ແລະ ມີນໍ້າໃຈຮັກຊາດ ໂດຍເນັ້ນໃຫ້ນັກສຶກສາຝຶກຝົນຫຼ່ໍຫຼອມຕົນເອງໃຫ້ໄດ້ ‘3 ຮ’ ຄື: ຮຽນເລິກ, ຮູ້ດີ ແລະ ເຮັດເດັ່ນ.