ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ສະກັດລັດກວດຄົ້ນລົດຈັກເປົ້າໝາຍທີ່ກໍາລັງລັກລອບເອົາຢາຝິ່ນໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເສັ້ນທາງເຂົ້າເມືອງນາໝໍ້ ພົບຂອງກາງຢາຝິ່ນນໍ້າໜັກ 20 ກວ່າກິໂລກຼາມ ໃນວັນທີ 31 ມີນາ 2018 ພ້ອມທັງກັກຕົວຜູ້ຖືກຫາ ຊື່ທ້າວ ຄຳ ຫຼື ທອງ ອາຍຸ 40 ປີ ຢູ່ບ້ານຊຽງຍືນ ເມືອງສິງ ແຂວງຫຼວງນໍ້າທາ ໄປສອບສວນ.

ພະແນກຕຳຫຼວດສະກັກກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2018 ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີຄົນກຳລັງນຳເອົາຢາເສບຕິດ ປະເພດຢາຝິ່ນ ນໍ້າໜັກຫຼາຍກິໂລກຼາມ ຈາກເມືອງບຸນໃຕ້ ແຂວງຜົ້ງສາລີ ມຸ່ງໜ້າເຂົ້າຫາບ້ານນໍ້າເງິນ ເມືອງນາໝໍ້ ແຂວງອຸດົມໄຊ ໂດຍນໍາໃຊ້ລົດຈັກເປັນພາຫະນະ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະ ຕັ້ງດ່ານຕິດຕາມເປົ້າໝາຍ. ຜ່ານການຕິດຕາມ, ມາຮອດເວລາ 11 ໂມງ ຂອງວັນດຽວກັນ ພົບຜູ້ຕ້ອງສົງໄສຂັບຂີ່ລົດຈັກສີແດງ ບໍ່ມີປ້າຍທະບຽນ ຂັບຂີ່ມາຮອດຈຸດກວດກາ ເຈົ້າໜ້າທີ່ຈຶ່ງໄດ້ສະກັ້ດຢຸດກວດກາ ແລ້ວກວດຄົ້ນພົບເຫັນຢາເສບຕິດ ປະເພດຢາຝິ່ນດິບ ຈຳນວນ 17 ຫໍ່, ນໍ້າໜັກ 23 ກິໂລກຼາມ ຊຸກເຊື່ອງໄວ້ຢູ່ໃນແກັດເຈ້ຍ ທີ່ມັດຕິດໄວ້ສອງຂ້າງຂອງລົດຈັກທີ່, ຈຶ່ງກັກຕົວຜູ້ກ່ຽວມາສອບສວນ.

ຜ່ານການສອບສ່ວນເບື້ອງຕົ້ນ ຜູ້ກ່ຽວສາລະພາບວ່າ: ຢາຝິ່ນຈໍານວນດັ່ງກ່າວ ເປັນຂອງຜູ້ກ່ຽວແທ້ ເຊິ່ງໄດ້ຮັບຊື້ຈາກປະຊາຊົນພາຍໃນເມືອງ, ແລ້ວເອົາໄປຂາຍຕໍ່ໃຫ້ຜູ້ທີ່ຕ້ອງການສູບຝິ່ນຢູ່ເມືອງໝໍ້ ຕາມການສັ່ງຊື້ ແຕ່ພໍຂັບຂີ່ລົດຈັກໄປຮອດບ້ານນໍ້າເງິນ ເມືອງນາໝໍ້ ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ກັກຕົວກ່ອນ ພ້ອມຂອງກາງຈໍານວນດັ່ງກ່າວ.