ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ສະຫຼຸບຕີລາຄາການສອບເສັງເລກປິດສະໜາສາກົນ (ISMO) ສໍາລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນ ຄັ້ງທີ 10 ທົ່ວນະຄອນຫຼວງວຽງຈັນ, ເຊິ່ງມີນັກຮຽນທີ່ໄດ້ລະດັບຄາດໝາຍ 77 ຄົນ ຈາກ 1.020 ຄົນ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 4 ເມສາຜ່ານມາ ທີ່ໂຮງຮຽນອິດສະເຕິນສະຕາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໂດຍ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ປະເສີດ ໄຊຍະມົງຄົນ ອໍານວຍການໂຮງຮຽນອິດສະເຕິນສະຕາ (ຝ່າຍລາວ), ທ່ານ ອາເມັດ ເພັກຕັດສ໌ ຜູ້ອໍານວຍການໂຮງຮຽນອິດສະເຕິນສະຕາ (ຝ່າຍຕ່າງປະເທດ), ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ມີຮອງຫົວໜ້າຂະແໜງ, ອໍານວຍການ-ຮອງອໍານວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ບຸນທັນ ແສງມະນີ ຫົວໜ້າຂະແໜງມັດທະຍົມສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການສອບເສັງເລກປິດສະໜາສາກົນໃນຄັ້ງນີ້ ເພື່ອໃຫ້ບັນດາຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮຽນຮູ້, ສໍາຜັດກັບການແກ້ໂຈດແບບລັກສະນະສາກົນຂຶ້ນ, ເປັນການສ້າງກໍາລັງໃຈໃຫ້ແກ່ການຮຽນ-ການສອນ ແລະ ປະຕິບັດໂຄງການຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກໄດ້ສໍາເລັດຜົນ ທັງເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງໂຮງຮຽນ, ຄູ-ອາຈານ, ນັກຮຽນ ແລະ ຜູ້ປົກຄອງດ້ວຍກັນ ໂດຍມີໂຮງຮຽນເຂົ້າຮ່ວມ 81 ໂຮງຮຽນ, ນັກຮຽນມາສະໝັກເຂົ້າສອບເສັງທັງໝົດ 1.046 ຄົນ ຍິງ 530 ຄົນ ແລະ ມີໜ້າທີ່ເຂົ້າສອບເສັງຕົວຈິງ 1.020 ຄົນ ຍິງ 528 ຄົນ; ໃນນັ້ນ, ຊັ້ນປະຖົມສຶກສາມີ 349 ຄົນ ຍິງ 211 ຄົນ ແລະ ຊັ້ນມັດທະຍົມຕົ້ນມີ 582 ຄົນ ຍິງ 265 ຄົນ; ເຊິ່ງມີຫ້ອງສອບເສັງ 27 ຫ້ອງ, ໄດ້ເລີ່ມຈັດຕັ້ງປະຕິບັດສອບເສັງໃນວັນທີ 24 ມີນາ 2018, ສອບເສັງຊັ້ນປະຖົມສຶກສາ ປ3, ປ4 ແລະ ປ5, ໃນວັນທີ 25 ມີນາ 2018 ສອບເສັງຊັ້ນມັດທະຍົມສຶກສາ ມ1, ມ2 ແລະ ມ4.

ສໍາລັບຜົນການສອບເສັງຊັ້ນປະຖົມສຶກສາ ມີນັກຮຽນທີ່ໄດ້ລະດັບຄາດໝາຍ 14 ໂຮງຮຽນ ມີ 39 ຄົນ ຄື: ໂຮງຮຽນນາໆຊາດວຽງຈັນພັດທະນາ ມີ 3 ຄົນ, ສຸກສະຫວັດ ມີ 1 ຄົນ, SOS ມີ 1 ຄົນ, ສິນໄຊ ມີ 1 ຄົນ, ປະຖົມໄຊຍະວົງ ມີ 1 ຄົນ, ປະຖົມສາທິດ ມີ 1 ຄົນ, ນາໆຊາດປັນຍາທິບ ມີ 2 ຄົນ, ພອນແກ້ວວິທະຍາ ມີ 1 ຄົນ, ປາດຖະໜາ ມີ 2 ຄົນ, ຫງວຽນຢູ ມີ 3 ຄົນ, ນິຣະດາຈອມເພັດ ມີ 4 ຄົນ, ນິຣະດາ ມີ 8 ຄົນ, ລຽວໂຕ້ ມີ 5 ຄົນ ແລະ ໂຮງຮຽນນາໆຊາດກຽດຕິສັກ ມີ 6 ຄົນ.

ສ່ວນຊັ້ນມັດທະຍົມສຶກສາ ມີນັກຮຽນທີ່ໄດ້ລະດັບຄາດໝາຍມາຈາກ 9 ໂຮງຮຽນ ມີ 38 ຄົນ ຄື: ໂຮງຮຽນນາໆຊາດວຽງຈັນພັດທະນາ ມີ 2 ຄົນ, ມັດທະຍົມສົມບູນວຽງຈັນ ມີ 4 ຄົນ, ມສ ວັນໃໝ່ ມີ 1 ຄົນ, ນາໆຊາດປັນຍາທິບ ມີ 2 ຄົນ, ມສ ພອນສະຫວັນຊົນເຜົ່າ 4 ຄົນ, ພອນແກ້ວວິທະຍາ ມີ 1 ຄົນ, ປາດຖະໜາ ມີ 2 ຄົນ, ອຸດົມໄຊ ແຂວງອຸດົມໄຊ ມີ 1 ຄົນ, ມສ ໂນນຄໍ້ ມີ 1 ຄົນ, ຫງວຽນຢູ ມີ 2 ຄົນ, ນິຣະດາຈອມເພັດ ມີ 10 ຄົນ, ລຽວໂຕ້ ມີ 1 ຄົນ, ມສ ມິດຕະພາບ ລາວ-ຫວຽດນາມ ມີ 1 ຄົນ ແລະ ໂຮງຮຽນນາໆຊາດກຽດຕິສັກ ມີ 6 ຄົນ.

ສໍາລັບຜົນການສອບເສັງປະກົດວ່າ: ຊັ້ນປະຖົມໄດ້ຮັບຫຼຽນທອງ ມີ 14 ຄົນ ແລະ ຮັບຫຼຽນເງິນ 15 ຄົນ, ຊັ້ນມັດທະຍົມຮັບຫຼຽນທອງ 13 ຄົນ ແລະ ຫຼຽນເງິນ 15 ຄົນ.