ກະຊວງສາທາລະນະສຸກ ໄດ້ມີຂະບວນການອອກແຮງງານອະນາໄມ ອ້ອມຂ້າງສຳນັກງານ-ຫ້ອງການ ເຊິ່ງນໍາພາໂດຍ ທ່ານ ຄຳເພັດ ມະນີວົງ ຫົວໜ້າກົມແຜນການ-ຮ່ວມມືສາກົນ ປະທານສະຫະພັນກໍາມະບານກະຊວງ, ມີສະມາຊິກສະຫະພັນກຳມະບານ, ສະມາຊິກຊາວໜຸ່ມ-ແມ່ຍິງ ແລະ ພະນັກງານທົ່ວກະຊວງເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ ເຮັດໃຫ້ອ້ອມຂ້າງສຳນັກງານ-ຫ້ອງການມີຄວາມ ເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມຂຶ້ນກວ່າເກົ່າ.

ການອອກແຮງງານໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 7 ເມສາ 2018 ເພື່ອສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018), ຕ້ອນຮັບປີໃໝ່ລາວ ພສ 2561 ສົ່ງທ້າຍປີເກົ່າ ພສ 2560 ພ້ອມທັງເປັນການປະຕິບັດກິດຈະກຳງານສັບປະດາວຽງຈັນສະອາດ ທີ່ນະຄອນຫຼວງວຽງຈັນວາງອອກ; ເຊິ່ງການອະນາໄມ ພະນັກງານໄດ້ພ້ອມພາກັນປັດກວາດຂີ້ເຫຍື້ອ, ລະບາຍຮ່ອງນໍ້າ ເພື່ອບໍ່ໃຫ້ເປັນແຫຼ່ງເພາະພັນຂອງຍຸງລາຍຕາມ ອ້ອມຮອບບໍລິເວນສຳນັກງານ-ຫ້ອງການໃຫ້ມີຄວາມສະອາດຈົບງາມ.