ວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ ກະຊວງ ປກສ ໄດ້ປິດຝຶກອົບຮົມວຽກງານສິລະປະ-ວັນນະຄະດີ ຄັ້ງທີ I ໃນວັນທີ 4 ມີນາ 2018, ເຂົ້າຮ່ວມໂດຍ ພັອ ປອ ບຸນລໍ້າ ພະໄຊສົມບັດ ຮອງອໍານວຍການ ວປສ, ມີແຂກຮັບເຊີນ, ພະນັກງານຄູ-ອາຈານ ແລະ ນັກສິລະປະເຂົ້າຮ່ວມ
ພັທ ບຸນປະດິດ ວົງພູທອນ ເລຂາຄະນະບໍລິຫານງານຂອງ ວປສ ທັງເປັນຫົວໜ້າຄະນະຮັບຜິດຊອບວຽກງານສິລະປະ-ວັນນະຄະດີ ວປສ ໄດ້ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ໜ່ວຍສິລະປະ-ວັນນະຄະດີຂອງ ວປສ ໄດ້ຮັບການພັດທະນາໄປຕາມຍຸກສະໄໝ, ມີຄວາມສາມາດເຄື່ອນໄຫວໄດ້ຢ່າງຕໍ່ເນື່ອງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ເຊິ່ງມີຈໍານວນພົນທັງໝົດ 64 ສະຫາຍ ຍິງ 31 ສະຫາຍ ໃນນີ້ມີນັກຮ້ອງ 27 ສະຫາຍ ຍິງ 12 ສະຫາຍ ແລະ ນັກຟ້ອນ 22 ສະຫາຍ ຍິງ 14 ສະຫາຍ ໄດ້ຝຶກອົບຮົມມາແຕ່ວັນທີ 11 ຕຸລາ 2017-ວັນທີ 4 ເມສາ 2018, ຄະນະຮັບຜິດຊອບໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກຝຶກຊ້ອມຕາມຕາຕະລາງ, ໂມງ-ເວລາຢ່າງມີຄວາມຮັບຜິດຊອບສູງ, ເອົາໃຈໃສ່ຄັດເລືອກ, ສັບຊ້ອນບຸກຄະລາກອນໃຫ້ມີຄວາມສອດຄ່ອງເໝາະສົມຕາມຄວາມອາດສາມາດ ແລະ ພອນສະຫວັນຂອງແຕ່ລະຄົນ.

ຜ່ານການຝຶກຊ້ອມຕົວຈິງເຫັນວ່າ: ຫຼາຍສະຫາຍມີຄວາມກ້າວໜ້າ, ມີການພັດທະນາໄປໃນທາງທີ່ດີ ແລະ ນັບມື້ນັບມີຄວາມຊໍານິຊໍານານຫຼາຍຂຶ້ນກວ່າເກົ່າ; ເຊິ່ງຜົນງານຕົວຈິງໄດ້ຝຶກຊ້ອມສິລະປະ ທັງໝົດ 37 ຄັ້ງ, ລາຍການທີ່ຝຶກຊ້ອມມີ 20 ລາຍການ ເປັນຕົ້ມແມ່ນບົດຟ້ອນອວຍພອນ, ເຊີ້ງສຽງແຄນ, ເຜົ່າລາວເອີ້ຍ, ຈໍາປາເມືອງລາວ ແລະອື່ນໆ, ໄດ້ສະແດງຮັບໃຊ້ຕົວຈິງ 4 ຄັ້ງ, ໄດ້ນໍາເອົາເຄື່ອງສຽງເອເລັກໂທນໄປເສບຮັບໃຊ້ຕາມການສະເໜີຂອງແຕ່ລະພາກສ່ວນ ອາທິດລະ 1 ຫາ 2 ຄັ້ງ ເຫັນວ່າມີຜົນສໍາເລັດຕາມຄາດໝາຍ.