ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ນໍາໂດຍ ພັອ ນາງ ຄໍາພູ ສິດທິເສນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ກະຊວງສຶກສາທິການ ແລະ ກິລາ ນຳໂດຍທ່ານ ນາງ ບົວຄຳ ດາວສະຫວັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເອົາກະຕ່າຂອງຂວັນ ພ້ອມທັງຄໍາອວຍພອນອັນປະເສີດມາມອບໃຫ້ ພັອ ນາງ ວັດຊະລີ ສິດທິລືໄຊ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ, ໃນວັນທີ 6 ເມສາ 2018, ເນື່ອງໃນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018) ເພື່ອສະແດງເຖິງການຫັດແໜ້ນຄວາມສາມັກຄີ ແລະ ຮັກສາມິດຕະພາບຂອງ 3 ກະຊວງ ໃຫ້ຍືນຍົງຕະຫຼອດໄປ.

ທ່ານປະທານຄະນະບໍລິຫານງານສະຫະພັນແມ່ຍິງທັງສອງກະຊວງ ໄດ້ຊົມເຊີຍບັນດາຜົນງານທີ່ກໍາລັງ ປກສ ເພດຍິງໄດ້ຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດດ້ວຍດີຕະຫຼອດມາ ພ້ອມທັງອວຍພອນອັນປະເສີດໃຫ້ທ່ານປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ ຕະຫຼອດຮອດສະມາຊິກແມ່ຍິງທຸກສະຫາຍທົ່ວກໍາລັງ ປກສ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວ, ເຮັດສໍາເລັດ ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໂດຍສະເພາະແມ່ນຄະນະບັນຊາ ຈົ່ງມີພາລະນາໄມສົມບູນເພື່ອຊີ້ນໍາ-ນໍາພາກໍາລັງ ປກສ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

ໃນຕອນທ້າຍ, ພັອ ນາງ ວັດຊະລີ ສິດທິລືໄຊ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບກຽດຕິຄຸນໃຫ້ປະທານຄະນະບໍລິຫານງານສະຫະພັນແມ່ຍິງທັງສອງກະຊວງ ພ້ອມຄະນະ ທີ່ໄດ້ເສຍສະຫຼະເວລາມາອວຍພອນ ແລະ ໃຫ້ກໍາລັງໃຈແກ່ກໍາລັງ ປກສ ໃນຄັ້ງນີ້ ພ້ອມທັງອວຍພອນໄຊອັນປະເສີດໃຫ້ບັນດາທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີອາຍຸໝັ້ນຢືນ, ເຮັດສໍາເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດສູງ.

ໃນໂອກາດດັ່ງກ່າວ, ທ່ານ ທິບພະຄອງ ວັນສີລາວົງ ຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ກໍໄດ້ມອບກະຕ່າຂອງຂວັນໃຫ້ ພັທ ສົມພອນ ແສງຄໍາຢອງ ປະທານສະຫະພັນກຳມະບານ ກະຊວງ ປກສ ເນື່ອງໃນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ.