ທ້າຍອາທິດທີ່ຜ່ານ, ກົມບໍລິຫານ ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2017 ແລະ ວາງທິດທາງແຜນການ 2018, ໂດຍການເຂົ້າຮ່ວມຂອງ ພົຈວ ສີສະຫວາດ ແກ້ວມາລາວົງ ຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີບັນຄະນະກົມ, ຮອງກົມ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ສິງມະນີ ແສງຄຳຢອງ ຫົວໜ້າກົມບໍລິຫານ ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະ 1 ປີ ຜ່ານມາ, ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດຂອງຕົນ, ເອົາໃຈໃສ່ຕິດຕາມຄວາມສະອາດຈົບງານ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຮັບໃຊ້ແຂກພາຍໃນ ແລະ ຕ່າງປະເທດ ຈຳນວນ 195 ຄັ້ງ, ຊອກຫາແຫ່ຼງລາຍຮັບໃຫ້ກົມກອງລວມໝູ່ເຊັ່ນ: ໃຫ້ເຊົ່າໜອງປາ-ເຊົ່າທີ່ດິນ ແລະ ໃຫ້ຕັ້ງປ້າຍໂຄສະນາໃສ່ດິນກະຊວງ ລວມຄ່າ 15.000.000 ກີບຕໍ່ປີ, ສ້າງສະຖິຕິຈຳນວນພົນ ເຮັດບົດສະຫຼຸບສັງລວມຜົນງານປະຈຳອາທິດ, ເດືອນ, ປີ ໄດ້ທັງໝົດ 125 ສະບັບ, ເຮັດໃບສະເໜີເລື່ອນຊັ້ນ, ເຮັດໃບແຈ້ງລາຍຊື່ໃຫ້ພະນັກງານໄປຍົກລະດັບວິຊາສະເພາະ, ເຮັດຂໍ້ຕົກລັງ ແລະ ເອກະສານສຳຄັນອື່ນໆ ຈຳນວນ 89 ສະບັບ, ປະສານສົມທົບກັບກົມການເງິນ-ກົມໃຫຍ່ພະລາທິການ ຈັດຊື້ປີ້ຍົນໃຫ້ຄະນະພັກ-ຄະນະນຳກະຊວງເຮັດວຽກພາຍໃນ ແລະ ຕ່າງປະເທດ ຈຳນວນ 110 ປີ້, ຮັບເອກະສານຂາເຂົ້າ-ຂາອອກ ແລະ ກ໋ອບປີເອກະສານ ໄດ້ທັງໝົດ 7.000 ກວ່າສະບັບ; ນອກນີ້, ຍັງໄດ້ເຮັດສຳເລັດວຽກງານຄົ້ນຄວ້າສັງລວມ, ວຽກງານຊັບສິນກໍ່ສ້າງ, ວຽກງານຮັກສາສຸຂະພາບ, ວຽກງານການເງິນທີ່ມີເງິນກອງທຶນທັງໝົດ 225.382.000 ກີບ, ວຽກງານອຸປະໂພກ-ຍຸດໂທ ແລະ ວຽກງານຄຸ້ມຄອງພາຫະນະ-ເຕັກນິກ.

ສຳລັບທິດທາງແຜນການ ໃນປີ 2018, ຄະນະພັກກົມບໍລິຫານ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດຢ່າງຕໍ່ເນື່ອງໃຫ້ພະນັກງານມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງເຊື່ອໝັ້ນ ແລະ ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ສືບຕໍ່ເຮັດວຽກງານວິຊາສະເພາະທີ່ຍັງຄົງຄ້າງ ພ້ອມທັງຊອກຫາວິທີການເຮັດວຽກແບບໃໝ່, ໃຫ້ທັນກັບສະພາບປັດຈຸບັນ ເພື່ອພັດທະນາກົມໃຫ້ສູງຂຶ້ນເທື່ອລະກ້າວ.