ວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ ແລະ ກຸ່ມເວີນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ໃນວັນທີ 4 ເມສາ 2018 ຝ່າຍ ວປສ ນໍາພາໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວປສ ພ້ອມຄະນະ ແລະ ຝ່າຍ ກຸ່ມເວີນຄໍາ ນໍາພາໂດຍ ທ່ານ ນາງ ອານັນທິດາ ຊົງຈັກສິນ ເລຂາຄະນະພັກກຸ່ມເວີນຄໍາ ພ້ອມຄະນະ ນາຍບ້ານ 7 ບ້ານ ອ້ອມຂ້າງເຂົ້າຮ່ວມ.

ພົຈວ ປອ ວັນເຮືອງ ນັນທະຈັກ ກ່າວວ່າ: ການຈັດກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ເພື່ອເປັນການຕີລາຄາຄືນການພົວພັນແລກປ່ຽນບົດຮຽນ ກັບ ຄະນະພັກກຸ່ມເວີນຄໍາ ໃນເບື້ອງທິດສະດີ ແລະ ວຽກງານຕົວຈິງ ເນື່ອງຈາກວ່າ ວປສ ເປັນແມ່ພິມຂົງເຂດວຽກງານປ້ອງກັນຄວາມສະຫງົບ, ກຸ່ມເວີນຄໍາເປັນພາກສ່ວນໜຶ່ງທີ່ເຮັດວຽກງານຮາກຖານ, ເຮັດວຽກງານປ້ອງກັນຄວາມສະຫງົບຂອງສັງຄົມໂດຍກົງ ພ້ອມທັງເປັນການແລກປ່ຽນໃນການເກັບກໍາ, ສ່ອງແສງລາຍງານສະພາບການເຄື່ອນໄຫວທີ່ບໍ່ດີຂອງລູກ-ຫຼານພະນັກງານທີ່ດໍາລົງຊີວິດຢູ່ໃນເຮືອນລວມຂອງ ວປສ ຫຼື ຕັ້ງເຮືອນຊານຢູ່ພາຍໃນບ້ານທີ່ຂຶ້ນກັບຄວາມຮັບຜິດຊອບຂອງກຸ່ມເວີນຄໍາ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ທົ່ວກຸ່ມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ.

ທ່ານ ນາງ ອານັນທິດາ ຊົງຈັກສິນ ໄດ້ສະເໜີໃຫ້ ວປສ ຊ່ວຍຕິດຕາມການເຄື່ອນໄຫວຄວາມເປັນແບບຢ່າງຂອງພະນັກງານ-ນັກຮົບ ແລະ ນັກສຶກສາຂອງ ວປສ ໂດຍສະເພາະຄຸນສົມບັດ-ທັດສະນະ, ເພາະວ່າ ປກສ ມາຈາກປະຊາຊົນ ແລະ ຮັບໃຊ້ປະຊາຊົນ ເພື່ອສ່ອງແສງລາຍງານແລກປ່ຽນຫາວິທີແກ້ໄຂຢ່າງເໝາະສົມ, ປຸກລະດົມຂົນຂວາຍປະຊາຊົນ ເວົ້າສະເພາະ 7 ໝູ່ບ້ານ ໃນຂອບເຂດຄວາມຮັບຜິດຊອບກຸ່ມເວີນຄໍາ ເສີມຂະຫຍາຍຄວາມສາມັກຄີ ແລະ ຮັກສາມູນເຊື້ອດັ່ງຄໍາເວົ້າທີ່ວ່າ: “ຕໍາຫຼວດ ແລະ ປະຊາຊົນ ຄື ປາກັບນໍ້າ”.