ອັດຕະປື
ຄະນະນຳ ແຂວງອັດຕະປື

ໃນອາທິດຜ່ານມາ, ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018), ບັນດາການນໍາ 6 ກອງບັນຊາການ ປກສ ແຂວງ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ທີ່ອານຸສາວະລີ ທ່ານ ປະທານ ໄກສອນ ພົມວິຫານ ຂອງແຕ່ລະແຂວງ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ແລະ ພະນັກງານນັກຮົບຜູ້ເສຍ ສະຫຼະເລືອດເນື້ອ ແລະ ຊີວິດໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ຈົນສາມາດປົດປ່ອຍເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຄຳມ່ວນ
ຄະນະນຳ ແຂວງຄຳມ່ວນ

ໃນນີ້, ມີບັນດາຄະນະນຳກອງບັນຊາການ ປກສ ແຂວງອັດຕະປື ນຳໂດຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ແຂວງເຊກອງ ນໍາໂດຍ ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ແຂວງຄຳມ່ວນ ນຳໂດຍ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ແຂວງອຸດົມໄຊ ນຳໂດຍ ພັອ ນີລະວົງ ເຈືອງຕະວະ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການ ປກສ ແຂວງໄຊຍະບູລີ ນຳໂດຍ ພັທ ບຸນໂທ ພອນມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.

ໄຊຍະ
ຄະນະນຳ ແຂວງໄຊຍະ

ການເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ທີ່ອານຸສາວະລີ ທ່ານ ປະທານ ໄກສອນ ພົມວິຫານ ໃນຄັ້ງນີ້ ຄະນະນຳແຕ່ລະແຂວງ ໄດ້ກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງທ່ານປະທານ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງທີ່ໄດ້ອຸທິດຊີວິດ, ສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດຂອງຕົນ ເພື່ອພາລະກິດປົດປ່ອຍປະເທດຊາດ ກໍຄືພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮັ່ງມີເຂັ້ມແຂງຕະຫຼອດມາ. ເຊິ່ງທ່ານ ປະທານ ໄກສອນ ພົມວິຫານ ເປັນວິລະບູລຸດທີ່ຄວາມປີຊາສາມາດ, ສະຫຼາດສ່ອງໃສ, ເປັນຫຼັກແຫຼ່ງຜ່ານການກໍ່ຕັ້ງ, ທະນຸບໍາລຸງ ແລະ ກໍ່ສ້າງພັກປະຊາຊົນປະຕິວັດລາວ, ນໍາພາປວງຊົນ ແລະ ກໍາລັງປະກອບອາວຸດທົ່ວທັງຊາດໃນພາລະກິດປົດປ່ອຍຊາດ ແລະ ຢືນຍົງໃນພາລະກິດສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ດ້ວຍຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍປີຕໍ່ມາ.

ເຊກອງ
ຄະນະນຳ ແຂວງເຊກອງ
ອຸດົມໄຊ
ຄະນະນຳ ແຂວງອຸດົມໄຊ