ໃນອາທິດທີ່ຜ່ານມາ, ກອງບັນຊາການ ປກສ ແຂວງອັດຕະປື, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ກອງບັນຊາການ ປກສ ເມືອງລະມາມ ແຂວງເຊກອງ ແລະ ກົມໃຫຍ່ພະລາທິການ ປກສ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018 ) ໃຫ້ກຽດປາຖະກະຖາມີ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ພັທ ຮຽມ ໄຊຍະລາດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະ ພັອ ໜູດີ ມີໄຊຍະລາດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ.

ການປາຖະກະຖາໃນຄັ້ງນີ້, ເພື່ອເປັນການຫວນຄືນຄວາມໝາຍ-ຄວາມສຳຄັນທາງປະຫວັດສາດຂອງພັກ-ລັດ, ຂອງກຳລັງປ້ອງກັນຄວາມສະຫງົບເປັນກຳລັງທີ່ໄວ້ເນື້ອເຊື່ອໃຈ, ເປັນກຳລັງແກ່ນສານຂອງການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕ້ານທຸກກົນອຸບາຍທີ່ຫວັງມ້າງເພທຳລາຍ, ແບ່ງແຍກ, ສ້າງຄວາມປັ່ນປ່ວນກໍ່ຄວາມບໍ່ສະຫງົບ ແລະ ການປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຜູ້ນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ ແລະ ສາກົນ ໃຫ້ມີຄວາມປອດໄພ, ການກຳເນີດເກີດຂຶ້ນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນແມ່ນ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍປເທດຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ໃນພິທີ, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 157 ສະຫາຍ ຄື: ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 7 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 23 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 15 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 19 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 15 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 41 ສະຫາຍ, ເລື່ອນຊັ້ນ ສິບໂທ ຂຶ້ນ ສິບ ເອກ 34 ສະຫາຍ, ເລື່ອນຊັ້ນ ສິບຕີ ຂຶ້ນ ສິບໂທ 3 ສະຫາຍ.