ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ກົມຕຳຫຼວດຄຸມຂັງ-ດັດສ້າງ (ກົມ 515) ກະຊວງ ປກສ ໄດ້ຈັດພິທີເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານດີເດັ່ນ, ຜູ້ທີ່ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານທີໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພິທີຂອງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 4 ເມສາຜ່ານມານີ້, ໃນນັ້ນ ໄດ້ປະກາດເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 4 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 5 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 29 ສະຫາຍ ຍິງ 4 ສະຫາຍ, ເປັນກຽດປະດັບຊັ້ນໂດຍ ພັອ ປອ ວັນສົມ ສີສົມບັດ ຮອງຜູ້ອຳນວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ພິທີຂອງກົມຕຳຫຼວດຄຸມຂັງ-ດັດສ້າງ ຈັດຂຶ້ນໃນວັນທີ 6 ເມສາ 2018, ໃນນີ້ມີ: ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 4 ສະຫາຍ ຍິງ 1 ສະຫາຍ ແລະ ສິບເອກ ຂຶ້ນ ວາທີ 1 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 30 ສະຫາຍ ຍິງ 23 ສະຫາຍ ປະດັບຊັ້ນໂດຍ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ. ນອກນັ້ນ, ຍັງໄດ້ຜ່ານມະຕິຕົກລົງສະບັບເລກທີ 14/ຄພປກສ, ລົງວັນທີ 13 ມີນາ 2018 ຂອງຄະນະພັກກະຊວງ ປກສ ວ່າດ້ວຍການຮັບຮອງ ແລະ ຢັ້ງຢືນປະເພດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017 ໃນນີ້, ກົມ 515 ມີ 11 ໜ່ວຍພັກ.

ຫຼັງຈາກນັ້ນ, ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມ 515 ໄດ້ປະຖະກະຖາຫວນຄືນມູນເຊື້ອ 2 ວັນສຳຄັນຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018) ແລະ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018) ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກົມໄດ້ຮັບຮູ້-ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນເຖິງຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການນຳພັກ-ລັດ, ຄວາມສະຫຼາດສ່ອງໃສຂອງພັກ, ຄວາມພິລະອາດຫານບໍ່ຍອມຈຳນົນຂອງນັກປະຕິວັດ ແລະ ບັນພະບູລຸດວິລະຊົນຂອງລາວເຮົາທີ່ໄດ້ເສຍສະຫຼະຊີວິດ, ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າການຕໍ່ສູ້ປົດປ່ອຍຊາດຢ່າງສົມບູນ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວຂຶ້ນເລື່ອງໆ.

ເມື່ອວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫົງບປະຊາຊົນລາວ, ເປັນວັນປະຫວັດສາດສຳຄັນຂອງພັກ-ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງກຳລັງ ປກສ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ເຊິ່ງກຳລັງປ້ອງກັນຄວາມສະຫງົບ ໄດ້ກຳເນີດ ແລະ ເຕີບໃຫຍ່ເຂັ້ມແຂງພາຍໃຕ້ການຊີ້ນຳ-ນຳພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ; ກຳລັງ ປກສ ໄດ້ຮັບການປັບປຸງຮອບດ້ານ, ສາມາດເຮັດສຳເລັດໜ້າທີ່ປົກປັກຮັກສາຄວາມສະຫງົບດ້ານການເມືອງ ໜັກແໜ້ນ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເປັນຕົ້ນແມ່ນການປ້ອງກັນການນຳພັກ-ລັດ, ປ້ອງກັນກອງປະຊຸມລະດັບຊາດ-ສາກົນ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ແລະ ວັນບຸນສຳຄັນຕ່າງທີ່ການນຳພັກ-ລັດຈັດຂຶ້ນ ມີຄວາມສະຫງົບ 100%. ຈາກຜົນງານດັ່ງກ່າວໄດ້ເຮັດໃຫ້ກຳລັງ ປກສ ມີມູນເຊື້ອເຮັດໜ້າທີ່ປຸກລຸກຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ໂດຍນຳເອົາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງພັກ-ລັດຫັນໄປສູ່ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈທັງຍົກສູງສະຕິຊາດເປັນເຈົ້າການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.