ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອຖືກແມງໄມ້ເຂົ້າ ແລະ ເພື່ອໃຫ້ມີຄວາມປອດໄພ ເພາະວ່າຫູເປັນອະໄວຍະວະ ທີ່ມີໜ້າທີ່ຫຼາຍຢ່າງໃນເວລາດຽວກັນ ທັງຮັບຄື້ນສຽງທີ່ມາຈາກພາຍນອກ ແລະ ປ່ຽນແປງເປັນສັນຍານສົ່ງຕໍ່ໄປ ຫາສະໝອງ ພ້ອມທັງຊ່ວຍຄວບຄຸມການຊົງຕົວໃນຂະນະທີ່ຮ່າງກາຍເຄື່ອນໄຫວ, ເຊິ່ງຖ້າຫາກມີຫຍັງເກີດຂຶ້ນຢູ່ ໃນຫູ ມັນກໍອາດຈະມີຄວາ ສ່ຽງຕໍ່ການໄດ້ຮັບບາດເຈັບ ແລະ ເກີດການເຮັດວຽກຜິດປົກກະຕິ ເຊັ່ນ: ເສຍການ ຊົງຕົວ ຫຼື ຫູອື້ ໂດຍສະເພາະແມງໄມ້ຕົວນ້ອຍຖ້າຫາກມັນເຂົ້າໄປໃນຫູແລ້ວ ກໍອາດຈະນຳເອົາເຊື້ອພະ ຍາດເຂົ້າໄປນຳ ເຮັດໃຫ້ເກີດຕິດເຊື້ອພະຍາດຕາມມາ. ດັ່ງນັ້ນ, ໃຫ້ທ່ານຮຽນຮູ້ວິທີປະຖົມພະຍາບານເບື້ອງ ຕົ້ນໃນກໍລະນີທີ່ມີແມງ ໄມ້ເຂົ້າຫູ ເພື່ອທີ່ຈະປ້ອງກັນ ແລະ ແກ້ໄຂບັນຫານີ້ໄດ້ຢ່າງໄວໃນເຫດການສຸກເສີນ.

–  ແມງໄມ້ເຂົ້າຫູອັນຕະລາຍບໍ?

ໃນຫູຂອງຄົນເຮົາຖ້າຫາກມີແມງໄມ້ ຫຼື ສິ່ງແປກປອມເຂົ້າໄປ ກໍສາມາດເຮັດໃຫ້ເກີດອັນຕະລາຍໄດ້ ໂດຍສະເພາະ ແມງໄມ້ ເພາະວ່າແມງໄມ້ນັ້ນ ອາດຈະນຳເຊື້ອພະຍາດທີ່ກໍ່ໃຫ້ເກີດພະຍາດຫູອັກເສບ ຫຼື ເຊື້ອຣາໃນຊ່ອງຫູ ຖ້າຫາກ ເປັນເຫັບ ແລະ ໝັດໝາ ກໍແຮງຈະເຮັດໃຫ້ມີຄວາມອັນຕະລາຍ ເພີ່ມຂຶ້ນເພາະນໍ້າລາຍຂອງໝັດ ຈະກໍ່ ໃຫ້ເກີດອາການຄັນຢ່າງຮ້າຍແຮງສ່ວນ ເຫັບກໍມີເຊື້ອແບັກທີເຣຍ ເມື່ອເຂົ້າສູ່ກະແສເລືອດກໍອາດຈະເຮັດໃຫ້ເກີດ ການຕິດເຊື້ອພະຍາດໃນກະເເສເລືອດ ທີ່ເປັນອັນຕະລາຍຕໍ່ສຸຂະພາບໄດ້.

– ແມງໄມ້ເຂົ້າຫູອາການເປັນແນວ ໃດ ແລະ ຮູ້ສຶກເປັນແນວໃດ?

ເມື່ອມີແມງໄມ້ເຂົ້າຫູແລ້ວ ອາການທີ່ສັງເກດໄດ້ຊັດເຈນ ກໍຄືອາການປວດຫູແບບກະທັນຫັນ ແລະ ຈະຮູ້ສຶກຄື ກັບວ່າມີບາງສິ່ງບາງຢ່າງຢູ່ໃນຫູ. ຖ້າແມງໄມ້ຍັງບໍ່ຕາຍກໍຈະຮູ້ສຶກວ່າມີອັນໃດອັນໜຶ່ງຍ່າງ ຫຼື ບິນຢູ່ໃນຫູເຮັດໃຫ້ ເກີດຄວາມລຳຄານໄດ້. ນອກນັ້ນ, ຖ້າຫາກວ່າເປັນແມງໄມ້ຕົວໃຫຍ່ເຂົ້າຫູ ກໍອາດຈະເຮັດໃຫ້ຮູ້ສຶກແໜ້ນໆ ພາຍໃນຫູ ຫຼື ເຮັດໃຫ້ຫູຕຶງໄປໃນຊົ່ ຂະນະ.

– ແມງໄມ້ເຂົ້າຫູຄວນປະຖົມພະຍາບານແນວໃດ?

ແມງໄມ້ທີ່ສາມາດເຂົ້າໄປໃນຫູໄດ້ນັ້ນມີຫຼາກຫຼາຍຊະນິດ ບໍ່ວ່າຈະເປັນແມງໄມ້ຕົວນ້ອຍ ເຊັ່ນ: ມົດ, ຍຸງ, ແມງໝີ່, ແມງເມົ່າ, ແມງວັນ, ເຫັບ, ໝັດ ຫຼື ລວມທັງແມງໄມ້ຕົວໃຫຍ່ ເຊັ່ນ: ແມງຊາບເປັນຕົ້ນ, ເຊິ່ງວິທີແກ້ໄຂບັນຫາ ແມງໄມ້ເຂົ້າຫູມີດັ່ງນີ້:

ຖ້າຫາກມີແມງໄມ້ເຂົ້າຫູ ທ່ານ ຄວນຟ້າວງ່ຽງຫົວເບື້ອງທີ່ມີແມງໄມ້ ເຂົ້າໄປໃນຫູນັ້ນຂຶ້ນ ແລ້ວໃຊ້ນ້ຳມັນເບບີ້ອອຍ, ນໍ້າມັນໝາກກອກ, ນໍ້າມັນພືດ ຫຼື ຢາຢອດຫູ ຄ່ອຍໆຢອດລົງ ໄປໃນຫູ ໂດຍດຶງໃບຫູໄປຫາເບື້ອງຫຼັງ ເພື່ອໃຫ້ຮູຫູຢູ່ ໃນລວງຕັ້ງສາກ ເພື່ອແມງໄມ້ສາມາດໜີຂຶ້ນ ຫຼື ລອຍຂຶ້ນມາໄດ້. ຈາກນັ້ນ, ຢູ່ໃນທ່າເກົ່າປະມານ 15-30 ນາທີ ເພື່ອໃຫ້ແມງໄມ້ທີ່ເຂົ້າໄປໃນຫູຕາຍ ແລະ ລອຍຂຶ້ນມາເອງ ທັງນີ້ຖ້າຫາກແມງໄມ້ເຂົ້າໄປໃນຫູ ແລ້ວມີອາການເຈັບ ພາຍໃນຫູ ທ່ານ ບໍ່ຄວນຢອດນໍ້າມັນໃດໆລົງໄປເພາະອາດຈະເຮັດໃຫ້ອາການຍິ່ງຮ້າຍແຮງຂຶ້ນກວ່າເກົ້າ. ນອກນັ້ນ, ທ່ານບໍ່ຄວນໃຊ້ນິ້ວມື ຫຼື ສິ່ງຂອງລົງໄປແກະ ຫຼື ເຂ່ຍ ເພາະວ່າອາດຈະເຮັດໃຫ້ແມງໄມ້ລົງໄປເລິກກວ່າເກົ່າ ແລະ ອາດ ເປັນອັນຕະລາຍຕໍ່ແກ້ວຫູ ແລະ ຫູຊັ້ນກາງໄດ້. ແນວໃດກໍຕາມ, ຖ້າຫາກແມງໄມ້ທີ່ເຂົ້າຫູຕົວນ້ອຍ ເຊັ່ນ: ແມງ ເມົ່າ, ແມງໝີ່ ຫຼື ຍຸງ ຖ້າຫາກວ່າມັນ ຍັງບໍ່ຕາຍ ກໍສາມາດໃຊ້ວິທີໃຊ້ລໍ້ໃຫ້ອອກມາໄດ້ ໂດຍນໍາໄຟສາຍສ່ອງເຂົ້າ ໄປໃນຫູຈັກໜ້ອຍໜຶ່ງ ແຕ່ວິທີນີ້ຈະຕ້ອງເຮັດໃນທີ່ມືດສະໜິດ ແລະ ບໍ່ມີແສງເຂົ້າເທົ່ານັ້ນ. ທາງນີ້ຫາກເຮັດຕາມ ວິທີຂ້າງເທິງແລ້ວແມງໄມ້ກໍຍັງບໍ່ອອກມາ ຫຼື ມີອາການແຊກຊ້ອນແນວອື່ນ ເຊັ່ນ: ມີອາການປວດຫູຢ່າງຮ້າຍແຮງ, ມີເລືອດ ຫຼື ນໍ້າໄຫຼອອກມາຈາກຫູ ແລະ ມີອາການຫູອື້ ຈົນບໍ່ໄດ້ຍິນສຽງຫຍັງທ່ານກໍຄວນໄປຫາທ່ານໝໍຜູ້ຊ່ຽວຊານ ດ້ານຫູ, ຄໍ, ປາກ ແລະ ດັງ ໃນທັນທີ; ບໍ່ຕ້ອງປະໄວ້ດົນ ເພາະອາດເກີດການຕິດເຊື້ອພະຍາດຈົນເຮັດໃຫ້ອາການ ຮ້າຍແຮງຂຶ້ນ.

–  ແມງໄມ້ເຂົ້າຫູປ້ອງກັນໄດ້.

ສຳລັບວິທີປ້ອງກັນແມງໄມ້ເຂົ້າຫູ ທີ່ດີທີ່ສຸດກໍຄືຫຼີກລ່ຽງຈາກບໍລິເວນທີ່ມີແມງໄມ້ຫຼາຍ ແຕ່ຖ້າຫາກຕ້ອງຢູ່ ບໍລິເວນທີ່ມີແມງໄມ້ຫຼາຍເປັນເວລາດົນນານ ກໍຄວນຊອກແນວອັດຫູໄວ້ ຖ້າຫາກວ່າບໍ່ມີແນວອັດຫູ ກໍໃຫ້ໃຊ້ ສຳລີມາອັດຕັນໄວ້ແທນກໍໄດ້ ເພື່ອປ້ອງກັນບໍ່ໃຫ້ແມງໄມ້ເຂົ້າຫູ. ນອກຈາກນີ້, ຍັງບໍ່ຄວນໃຫ້ໝາ ຫຼື ສັດ ລ້ຽງຂຶ້ນມານອນເທິງຕຽງ ເພາະອາດຈະເຮັດໃຫ້ເຫັບ ແລະ ໝັດຕົກຢູ່ເທິງບ່ອນນອນ ແລະ ມັນສາມາດໄຕ່ເຂົ້າຫູໄດ້.

ບັນຫາເລື່ອງແມງໄມ້ເຂົ້າຫູ ເປັນສິ່ງທີ່ເກີດຂຶ້ນໄດ້ສະເໝີສຳລັບທຸກໆຄົນ. ດັ່ງນັ້ນ, ຈຶ່ງຄວນລະມັດລະວັງ ແລະ ຢູ່ຫ່າງຈາກແຫຼ່ງທີ່ມີແມງໄມ້ຢູ່ເປັນຈໍານວນຫຼາຍຈະດີທີ່ສຸດ ແລະ ຄວນໝັ່ນເຮັດຄວາມສະອາດຫູຢູ່ສະເໝີ ເພາະຫູທີ່ເປື້ອນ ກໍສາມາດດຶງດູດແມງໄມ້ໄດ້ເຊັ່ນກັນ.