ເຈົ້າຂອງຊັບ (ສາຍຄໍຄໍາ) ໄດ້ຕັດສິນໃຈໃຊ້ປືນຍິງຖືກຄົນຮ້າຍ 3 ນັດ, ພາຍຫຼັງຄົນຮ້າຍກໍ່ເຫດດຶງສາຍຄໍຄໍາ ໜັກ 20 ບາດ, ເຮັດໃຫ້ຄົນຮ້າຍໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ, ປັດຈຸບັນ ເຈົ້າໜ້າທີ່ຍັງຕິດຕາມຄົນຮ້າຍໜຶ່ງຄົນທີ່ຫຼົບໜີ ມາດໍາເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເປີດເຜີຍວ່າ: ໃນເວລາປະມານ 9:00 ໂມງ ຂອງວັນທີ 5 ເມສາ 2018, ທ້າວ ແກ້ວ ອາຍຸ 48 ປີ ບ້ານຮ່ອງແຊງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໃນວັນເກີດເຫດ ທ້າວ ແກ້ວ ພ້ອມເມຍ ແລະ ໝູ່ ໄປຊື້ເຄື່ອງຢູ່ຕະຫຼາດຊັງຈຽງ ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ (ຮ້ານຂາຍຜ້າພົມ) ໃນກໍາລັງກົ້ມເລືອກຜ້າພົມຢູ່ນັ້ນ ມີຄົນຮ້າຍຈໍານວນ 2 ຄົນ ຂັບຂີ່ລົດຈັກຄຼິກໄອ ສີແດງ-ດໍາ ໝາຍເລກທະບຽນ ດຄ 4307 ກໍາແພງນະຄອນ ມາຈອດຢູ່ໜ້າຮ້ານດັ່ງກ່າວ. ຈາກນັ້ນ, ຄົນຮ້າຍຜູ້ຊ້ອນທ້າຍໄດ້ລົງຈາກລົດມາດຶງສາຍຄໍ ທ້າວ ແກ້ວ ນໍ້າໜັກ 20 ບາດ ແລ້ວແລ່ນຂຶ້ນລົດ ກໍາລັງຈະຫຼົບໜີ, ແຕ່ມີໝູ່ຂອງ ທ້າວ ແກ້ວ ທີ່ໄປນໍາ ແລ່ນໄປດຶງກົ້ນລົດຈັກຂອງຄົນຮ້າຍໄວ້. ໃນຂະນະນັ້ນ, ຄົນຮ້າຍຜູ້ຊ້ອນທ້າຍ ໄດ້ຈົກປືນມາຈີ້ ເຮັດໃຫ້ໝູ່ຂອງ ທ້າວ ແກ້ວ ປະທ້າຍລົດຂອງຄົນຮ້າຍ, ພໍດີ ທ້າວ ແກ້ວ ແລ່ນໄປເອົາປືນຢູ່ລົດມາໄລ່ຍິງໃສ່ຄົນຮ້າຍ ຈໍານວນ 4 ນັດ ລົດຂອງຄົນຮ້າຍທັງສອງເສຍຫຼັກລົ້ມລົງ, ຜູ້ຂັບແລ່ນຫຼົບໜີໄປທາງບ້ານໜອງປາໄນ, ສ່ວນຄົນຮ້າຍຜູ້ຊ້ອນທ້າຍຖືກຈັບໄດ້ໃນທີ່ເກີດເຫດ.

ຜ່ານການເກັບກໍາຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່, ຄົນຮ້າຍຊື່ ທ້າວ ສົມບູນ ຫຼື ໂຈ້ ອາຍຸ 30 ປີ ພັກເຊົາຢູ່ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກ່ຽວຖືກຍິງເຂົ້າບໍລິເວນກົ້ນ 3 ນັດ ບາດເຈັບສາຫັດ ແລະ ເສຍຊີວິດໃນເວລາປິ່ນປົວຢູ່ໂຮງໝໍ. ສໍາລັບລົດຈັກຄັນທີ່ຄົນຮ້າຍນໍາໃຊ້ກໍ່ເຫດ ເປັນລົດທີ່ອອກຊື່ ທ້າວ ເກດສະໜາ ຢູ່ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສ່ວນສາຍຄໍຄຳ ຈຳນວນ 20 ບາດ ຄົນຮ້າຍໄດ້ແກວ່ງຖິ້ມໃນຂະນະທີ່ກຳລັງຫຼົບໜີ ແລະ ຍັງຊອກບໍ່ເຫັນ. ປັດຈຸບັນ, ເຈົ້າໜ້າທີ່ຍັງຕິດຕາມຄົນຮ້ານໜຶ່ງຄົນທີ່ຍັງເອົາຕົວຫຼົບໜີ.