ຂ່າວຕ່າງປະເທດລາຍງານໃນວັນທີ 9 ເມສາ ນີ້ວ່າ: ທ່ານ ວິກເຕີ ອໍບານ ນາຍົກລັດຖະມົນຕີຮົງກາລີ ຮັກສາການຕຳ ແໜ່ງຜູ້ນຳລັດຖະບານຮົງກາລີ ສາມາດຊະນະເລືອກຕັ້ງເປັນສະໄໝທີ 3 ຕິດຕໍ່ກັນ ຍາວນານທີ່ສຸດໃນປະຫວັດສາດ ຂອງປະເທດ. ຫຼັງຈາກນຳພາພັກຝ່າຍຂວາປະຊານິຍົມຊະນະການເລືອກຕັ້ງດ້ວຍຄະແນນສຽງສ່ວນຫຼາຍ.

ພັກຟິເດສ ທີ່ເປັນພັກການເມືອງຝ່າຍຂວາປະຊານິຍົມພາຍ ໃຕ້ການນຳພາຂອງທ່ານ ວິກເຕີ ອໍບານ ນາຍົກລັດ ຖະມົນຕີຮົງກາລີ ໄດ້ຮັບຄະແນນສຽງການເລືອກຕັ້ງຫຼາຍທີ່ສຸດໃນວັນທີ 8 ເມສາ ນີ້,  ໂດຍສາມາດຍາດໄດ້ 133 ບ່ອນນັ່ງ ຈາກທັງໝົດ 199 ບ່ອນນັ່ງໃນສະພາ ຄິດເປັນອັດຕາສ່ວນຫຼາຍເຖິງ 48,81% ແລະ ເພີ່ມຂຶ້ນ 2 ບ່ອນນັ່ງຈາກການເລືອກຕັ້ງໃນປີ 2013, ຂະນະທີ່ຜູ້ອອກມາໃຊ້ສິດຢູ່ທີ່ 69,26 %  ເພີ່ມຂຶ້ນເຖິງ 7% ເມື່ອສົມ ທຽບກັບການເລືອກຕັ້ງໃນ 4 ປີຜ່ານມາ ໂດຍສຳນັກງານການເລືອກຕັ້ງແຫ່ງຊາດ (NVI) ຈະປະກາດຜົນຢ່າງ ເປັນທາງການອີກໃນວັນທີ 27 ເມ ສານີ້.

ທ່ານ ວິກເຕີ ອໍບານ ອາຍຸ 54 ປີ ຫົວໜ້າພັກ ແລະ ນາຍົກລັດຖະມົນຕີ ຢູ່ໃນຕຳແໜ່ງຕິດຕໍ່ກັນ ເປັນສະໄໝທີ 3 ເວລາດົນນານທີ່ສຸດໃນປະຫວັດສາດຂອງຮົງກາລີ, ຫຼັງຈາກຊະນະການເລືອກຕັ້ງຕິດຕໍ່ກັນຕັ້ງແຕ່ປີ 2013 ແລະ ເປັນການສະໜັບສະໜູນຂອງຊາວຮົງກາລີ, ເຊິ່ງສ່ວນຫຼາຍເຫັນດີຕໍ່ນະໂຍບາຍຂອງທ່ານ ວິກເຕີ ອໍບານ ໃນການ ພົບປະກັບສະຫະພາບເອີຣົບ (EU) ໂດຍສະເພາະໃນເລື່ອງຈຳນວນຜູ້ອົບພະຍົບທີ່ຮົງກາລີ ເປັນປະເທດເຊື່ອມຕໍ່ຂອງ ເຂດພາກພື້ນເອີຣົບຕາເວັນອອກຕໍ່ຕ້ານມາດຕະການຂອງສະຫະພາບເອີຣົບ ໃນການຈັດແບ່ງຈຳນວນຜູ້ອົບພະຍົບ ແລະ ນະໂຍບາຍອື່ນໆທີ່ກ່ຽວຂ້ອງ.

ບັນດານັກການເມືອງຝ່າຍຂວາຊື່ດັ່ງໃນເອີຣົບ ເຊັ່ນ ທ່ານ ນາງ ມາຣິນ ເລີເປນ ຈາກປະເທດຝຣັ່ງ ແລະ ທ່ານ ແກດວິນເດີ ຂອງໂຮນລັງ ໄດ້ສະແດງຄວາມຍິນດີຕໍ່ໄຊຊະນະຂອງທ່ານ ວິກເຕີ ອໍບານ ນຳອີກ.