ຂ່າວຕ່າງປະເທດລາຍງານໃນວັນທີ 8 ເມສາ ທີ່ຜ່ານມາວ່າ: ເມືອງດູໄບ ປະເທດເອເມຣັດ ອາຣັບ ທຸ່ມງົບປະມານ ຫຼາຍໝື່ນລ້ານໂດລາ ສ້າງໂຄງການໂຄງສ້າງພື້ນຖານ ແລະ ການບໍລິການເພື່ອຮອງຮັບງານເອກສ໌ໂປ 2020 ໂດຍມູນຄ່າຂອງໂຄງການກ່ຽວຂ້ອງງານເອກສ໌ໂປ ທີ່ດຳເນີນການໄປແລ້ວເຖິງເດືອນມີນາ ຜ່ານມາ ມີມູນຄ່າ ເຖິງ 42.500 ລ້ານໂດລາສະຫະລັດ ເປັນໂຄງການໂຄງສ້າງພື້ນຖານ ແລະ ການຄົມມະນາຄົມ 17.400 ລ້ານໂດລາສະ ຫະລັດ, ໂຄງການທີ່ຢູ່ອາໄສ 13.200 ລ້ານໂດລາສະຫະລັດ, ໂຮງແຮມ ແລະ ສວນສະໜຸກ 11.000 ລ້ານໂດລາສະ ຫະລັດ.

ລວມທັງງົບປະມານ 8.000 ລ້ານໂດລາສະຫະລັດ ເພື່ອຂະຫຍາຍສະໜາມບິນອັນມັກຕູມ ທາງພາກໃຕ້ຂອງເມືອງ ມາຊ່ວຍ ເສີມສະໜາມບິນນາໆຊາດດູໄບ ທີ່ໄດ້ຊື່ວ່າຮອງຮັບຜູ້ໂດຍສານຫຼາຍທີ່ສຸດໃນໂລກ ໃນປີ 2017 ຫຼາຍກວ່າ 88 ລ້ານຄົນ ເຊິ່ງຄາດວ່າ ເມື່ອສະໜາມບິນອັນມັກຕູມ ສຳ ເລັດຈະສາມາດຮອງຮັບຜູ້ໂດຍສານ ໄດ້ປີລະ 160 ລ້ານຄົນ.

ປັດຈຸບັນ, ເອເມຣັດ ອາຣັບ (UAE) ໃຊ້ງົບປະມານ 2.900 ລ້ານໂດລາສະຫະລັດ ພັດທະນາລົດໄຟໃຕ້ດິນ ເສັ້ນທາງໃໝ່ເຊື່ອມຕໍ່ສູນກາງຄົມມະນາຄົມໄປຫາພື້ນທີ່ຈັດງານເອກສ໌ໂປ ແລະ ຈະເຊື່ອມຕໍ່ບ້ານດູໄບໃຕ້ ແລະ ເມືອງນິທັດສະການດູໄບ ມູນຄ່າ 13.400 ລ້ານໂດລາສະຫະລັດ ທີ່ຂະນະນີ້ຢູ່ລະຫວ່າງການກໍ່ສ້າງ.

ທາງການຄາດວ່າ: ງານເອກສ໌ ໂປ 2020 ຈະຊ່ວຍສະໜັບສະໜູນຕະຫຼາດອະສັງຫາລິມະຊັບ ແລະ ທຸລະກິດໂຮງ ແຮງ, ທ່ອງທ່ຽວ, ຊ່ວຍຈ້າງງານໃໝ່ເຖິງ 300.000 ອັດຕາ ແລະ ກະຕຸ້ນເສດຖະກິດປະເທດ ໄດ້ເປັນຢ່າງດີ.

ຫໍການຄ້າດູໄບຄາດວ່າ: ງານເອັກສ໌ໂປ 2020 ໄລຍະເວລາ 6 ເດືອນ ທີ່ຈະຈັດຂຶ້ນເປັນຄັ້ງທຳອິດ ໃນຕະເວັນອອກ ກາງ ໃນເດືອນຕຸລາ 2020 ຈະມີຜູ້ເຂົ້າຊົມງານ ເຖິງມື້ລະ 300.000 ຄົນ ເຊິ່ງເຄິ່ງໜຶ່ງມາຈາກຕ່າງປະເທດ.