ຂ່າວຕ່າງປະເທດລາຍງານໃນວັນທີ 9 ເມສາ ວ່າ: ສໍານັກງານອຸຕຸນິຍົມວິທະຍາສາດຂອງຢີ່ປຸ່ນ ໄດ້ສຳຫຼວດພົບການ ເກີດແຜ່ນດິນໄຫວຢ່າງຮ້າຍແຮງວັດແທກໄດ້ 6.1 ຣິກເຕີ ໃນເວລາ 01:32 ໂມງ (ຕາມເວລາທ້ອງຖິນ) ຂອງ ວັນທີ 9 ເມສາ ( 23:32 ນາທີ  ຂອງວັນທີ 8 ເມສາ ທີ່ຜ່ານມາ ຕາມເວລາໃນປະເທດ ) ໂດຍແຮງ ສັ່ນສະເທືອນ ມີຈຸດເລິກລົງໄປໃຕ້ ພື້ນດິນພຽງ 12 ກິໂລແມັກ ທີ່ໃກ້ກັບນະຄອນໂອດະ ແຂວງຊິມະເນະ ທີ່ຢູ່ທາງຕາເວັນຕົກສຽງ ໃຕ້ຂອງປະເທດ. ແນວໃດກໍຕາມ ສຳນັກງານສຳຫຼວດທໍລະນີວິທະຍາສາດສະຫະລັດ ( ຍູເອັດຈີເອັດ ) ວັດແທກ ຄວາມຮ້າຍແຮງໄດ້ 5.7 ຣິກເຕີ ເລິກລົງໄປໃຕ້ດິນພຽງ 7 ກິໂລແມັດ.

ຫຼັງຈາກເກີດເຫດຊື່ທ້ອງຖິ່ນລາຍງານວ່າ: ມີຜູ້ໄດ້ຮັບບາດເຈັບ 4 ຄົນ, ລະບົບນ້ໍາປະປາສໍາຫຼັບ ເຮືອນປະຊາຊົນ ປະມານ 100 ຫຼັງ ໄດ້ຮັບຄວາມເສຍຫາຍ 50 ຄອບ ຄົວເຮືອນບໍ່ມີກະແສໄຟຟ້າໃຊ້ເຊິ່ງ ໜ່ວຍງານທີ່ກ່ຽວຂ້ອງ ກຳລັງດຳເນີນການໃຫ້ຄວາມຊ່ວຍເຫຼືອ. ນອກຈາກນີ້, ຍັງມີລາຍງານວ່າ: ສິ່ງປຸກ ສ້າງ ແລະ ເສັ້ນທາງບາງສາຍ ໄດ້ຮັບຄວາມເປ່ເພ ຂະນະທີ່ທາງການທ້ອງຖິ່ນໄດ້ເຕືອນໃຫ້ປະຊາຊົນ ໃນພື້ນທີ່ປະສົບໄພຕຽມພ້ອມ ແລະ ຮັບມື ກັບການເກິດດິນຖະຫຼົມ ແລະ ແຜ່ນດິນໄຫວ ແລະ ແຮງສັນສະເທືອນຕາມມາດ້ານບໍລິການໄຟຟ້າ ໂຊໂກະຄຸ ຜູ້ປ ກອບການໂຮງໄຟຟ້າ ນິວເຄຍຊິ ມະເນະ ຢືນຢັນວ່າ: ຍັງສາມາດເຮັດວຽກໄດ້ຕາມປົກກະຕິ.