ຂ່າວຕ່າງປະເທດລາຍງານໃນວັນທີ 8 ເມສາ ທີ່ຜ່ານມາວ່າ: ທາງການເມືອງພາເດີບອນ ປະເທດເຢຍລະມັນ ຕ້ອງອົບພະຍົບປະຊາຊົນຫຼາຍກວ່າ 26.000 ຄົນ ອອກຈາກຫົວເຮືອນ ຫຼັງຈາກພົບເຫັນ ລະເບີດຍັງບໍ່ທັນແຕກ ຂະໜາດ 1,8 ໂຕນ ຈາກສະໄໝສົງຄາມ ໂລກຄັ້ງທີ 2 ຂະນະທີ່ຜູ້ຊ່ຽວຊານກຽມເຂົ້າເກັບກູ້.

ລະເບີດລູກດັ່ງກ່າວຖືກພົບໃນເດືອນຜ່ານມາ ໃນສວນແຫ່ງໜຶ່ງ ໃນເມືອງພາເດີບອນ ທາງທິດຕາ ເວັນອອກຂອງ ເຢຍລະມັນ, ໂດຍການເກັບກູ້ລະເບີດໜ່ວຍນີ້ ເຈົ້າໜ້າທີ່ຕ້ອງອົບພະຍົບຜູ້ຄົນໃນອາ ຄານພາຍໃນລັດສະໝີ 1,5 ກິໂລແມັດ ອອກທັງໝົດໃນນັ້ນ ລວມທັງຜູ້ຄົນຢູ່ໃນໂຮງໝໍ 2 ແຫ່ງ, ເຮືອນພັກຜູ້ອາຍຸສູງຫຼາຍຫຼັງ ມະຫາວິທະຍາໄລ ແລະ ຫຼາຍພື້ນທີ່ໃນເຂດເມືອງເກົ່າ. ແນວໃດກໍຕາມ, ເຈົ້າໜ້າທີ່ຍັງບໍ່ສາມາດເລີ່ມປະຕິບັດການໄດ້ຕາມທີ່ວາງແຜນ ໄວ້ໃນຕອນທ່ຽງຂອງວັນທີ 8 ເມສາ (ຕາມເວລາທ້ອງຖິ່ນ) ເນື່ອງຈາກປະຊາຊົນບາງຄົນບໍ່ຍອມອອກຈາກພື້ນທີ່ອັນ ຕະລາຍ.

ເຖິງແມ່ນວ່າເຫດການພົບເຫັນ ແລະ ເກັບກູ້ລະເບີດເກີດຂຶ້ນເປັນປະຈຳໃນເຢຍລະມັນ ແຕ່ກໍມີໂອ ກາດບໍ່ສາມາດ ຄວບຄຸມໄດ້ເຊັ່ນ ເຫດການໃນເມືອງມິວນິກ ໃນປີ 2012 ທີ່ເກີດລະເບີດແຕກຂຶ້ນ ໃນຂະນະທີ່ເກັບກູ້ສົ່ງຜົນໃຫ້ແວ່ນ ປ່ອງຢ້ຽມໃນເຂດຊຸມຊົນແຕກເປ່ເພຫຼາຍປ່ອງ ແຕ່ໂຊກດີບໍ່ມີຄົນໄດ້ຮັບບາດເຈັບເພາະທາງການອົບພະຍົບໄປ ກ່ອນແລ້ວ.