ອົງການໄອຍະການປະຊາຊົນສູງສຸດ ( ອຍກ ) ໄດ້ຈັດກອງປະຊຸມເຊື່ອມຊຶມລັດຖະບັນຍັດປະທານປະເທດ ວ່າດ້ວຍການອະໄພຍະໂທດ ໃນວັນທີ 9 ເມສາ 2018 ໃຫ້ບັນດາອົງການໄອຍະການແຂວງ-ນະຄອນຫຼວງ, ກະຊວງ, ຄະນະກຳມາທິການອະໄພຍະໂທດລະດັບຊາດ, ຄະນະກຳມະການອະໄພຍະໂທດທົ່ວປະເທດຮັບຟັງ.

ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານກຳມາທິການອະໄພຍະໂທດລະດັບຊາດ ກ່າວວ່າ: ”ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມເນື້ອໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ ແລະ ບັນດານິຕິກໍາກ່ຽວຂ້ອງການອະໄພຍະໂທດຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ສານປະຊາຊົນສູງສຸດ, ຜູ້ເຂົ້າຮ່ວມຈະໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສ້າງຄວາມຮູ້ ແລະ ເປັນເອກະພາບໃນການຈັດຕັ້ງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດຄື: ຈຸດປະສົງ, ນະໂຍບາຍ, ຫຼັກການ, ເງື່ອນໄຂ, ວິທີ, ຂັ້ນຕອນການຄົ້ນຄວ້າໃຫ້ອະໄພຍະໂທດ ແລະ ບັນຫາອື່ນໆ ”.

ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ ແມ່ນແນວທາງນະໂຍບາຍອັນຖືກຕ້ອງດ້ານມະນຸດສະທໍາຂອງພັກ-ລັດຖະບານ ສປປ ລາວ. ສະນັ້ນ, ຄະນະກໍາມາທິການອະໄພຍະໂທດລະດັບຕ່າງໆ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ພັກ-ລັດຖະບານໃນການຈັດຕັ້ງປະຕິບັດ ແລະ ການຈັດຕັ້ງຜັນຂະຫຍາຍລັດຖະບັນຍັດ ຕ້ອງປະຕິບັດລະບອບ ເຮັດວຽກເອກະພາບ, ເປັນໝູ່ຄະນະ, ຮັບປະກັນຄວາມຖືກຕ້ອງ, ຍຸຕິທໍາ, ໂປ່ງໃສ ແລະ ທັນເວລາ, ປະຕິບັດກົນໄກການປະສານສົມທົບລະຫວ່າງສາຍຕັ້ງ, ສາຍຂວາງ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ເຮັດວຽກໂຄສະນາລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ແລະ ທົ່ວສັງຄົມທຸກຊັ້ນຄົນຢ່າງກວ້າງຂວາງ ໃຫ້ເຫັນໄດ້ແນວທາງອັນຖືກຕ້ອງດ້ານມະນຸດສະທໍາຂອງພັກ-ລັດຖະບານ ສປປ ລາວ.