ທ່ານ ມີຄາອິນ ບາຣານັອບ ( Mikhail BARANOV ) ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ໍານັບ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 9 ເມສາ 2018 ເພື່ອປຶກສາຫາລືກ່ຽວກັບການຈັດກອງປະຊຸມຮ່ວມມືວຽກງານປ້ອງກັນຄວາມສະຫງົບ ລະຫວ່າງ ອົງການຄວາມປອດໄພ ລັດເຊຍ ແລະ ກະຊວງ ປກສ ທີ່ຈະຈັດຂຶ້ນໃນທ້າຍປີນີ້.

ການເຂົ້າຢ້ຽມຂ່ໍານັບໃນຄັ້ງນີ້, ທ່ານ ມີຄາອິນ ບາຣານັອບ ໄດ້ລາຍງານກ່ຽວກັບຜົນງານການເຄື່ອນໄຫວໃນການເຮັດວຽກຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການກະກຽມຈັດກອງປະຊຸມຮ່ວມມືວຽກງານລະຫວ່າງສອງປະເທດ ເຊິ່ງໃນພິທີຈະໄດ້ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງອົງການຄວາມ ປອດໄພແຫ່ງສະຫະພັນລັດເຊຍ ແລະ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ເພື່ອເປັນຂໍ້ຜູກມັດໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນການຮັດແໜ້ນທາງດ້ານສາຍພົວພັນຂອງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ ໂດຍສະເພາະແມ່ນການພົວພັນຮ່ວມມືທາງດ້ານວຽກງານອາຊະຍາກໍາຂ້າມຊາດ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ.

ພົຕ ກົງທອງ ພົງວິຈິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ທີ່ໄດ້ເຂົ້າມາລາຍງານ ແລະ ປຶກສາຫາລືກ່ຽວກັບການຈັດກອງປະຊຸມ, ເຊິ່ງກອງປະຊຸມດັ່ງກ່າວ ຈະເປັນຜົນດີໃຫ້ແກ່ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງສອງກະຊວງ ແລະ ເຊື່ອວ່າ ຖ້າສອງກະຊວງໄດ້ເຊັນບົດບັນທຶກແລ້ວຈະເຮັດໃຫ້ວຽກງານວິຊາສະເພາະດີຂຶ້ນກວ່າເກົ່າ, ການແລກປ່ຽນຂໍ້ມູນຕ່າງໆ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ຈະມີປະສິດທິຜົນຂຶ້ນໄປເລື້ອຍໆ.

ໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດລັດເຊຍ ຍັງໄດ້ສະແດງຄວາມຊົມເຊີຍເນື່ອງໃນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018) ແລະ ອວຍພອນໃຫ້ມີສຸຂະພາບແຂງແຮງທຸກທົ່ວໜ້າ, ສາມາດສະກັດກັ້ນ-ຕີຖອຍທຸກປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນພາຍໃນປະເທດໃຫ້ມີທ່າອ່ຽງຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປ ເຮັດໃຫ້ ສປປ ລາວ ມີຄວາມສະຫງົບດີຂຶ້ນເປັນກ້າວໆ.