ບໍລິສັດຜູ້ໃຫ້ບໍລິການລົດໄຟ SNCF ເຊິ່ງເປັນຂອງລັດຖະບານຝຣັ່ງ ກ່າວໃນວັນທີ 9 ເມສາ ທີ່ຜ່ານມາວ່າ: ການບໍ່ເຮັດວຽກ ເພື່ອປະທ້ວງຂອງພະນັກງານລົດໄຟ ຍັງດຳເນີນໄປຢ່າງຕໍ່ເນື່ອງ ເພື່ອຕໍ່ ຕ້ານແຜນການປັບປຸງ ໂຄງສ້າງຂອງບໍລິສັດລົດໄຟທີ່ປະສົບພາວະໜີ້ສິນ ເຮັດໃຫ້ເກີດຄວາມເສຍຫາຍແລ້ວປະມານ 100 ລ້ານເອີໂຣ.

ພະນັກງານຂັບລົດໄຟ ແລະ ພະນັກງານດ້ານອື່ນໆຂອງບໍລິສັດ SNCF ຂອງລັດຖະບານປະກາດ ຈະສືບຕໍ່ຢຸດການ ປະຕິບັດໜ້າທີ່ 2 ວັນ ຫຼັງຈາກເຮັດວຽກໄປ 5 ວັນຢ່າງຕໍ່ເນື່ອງໄປຢ່າງນ້ອຍຈົນ ເຖິງວັນທີ 28 ມິຖຸນາ ຖ້າຫາກລັດ ຖະບານຍັງບໍ່ຍົກເລີກແຜນການປະຕິຮູບລົດໄຟ. ການຢຸດເຮັດວຽກຂອງພະນັກງານລົດໄຟດັ່ງກ່າວທີ່ດຳເນີນມາ ແຕ່ວັນທີ 2 ເມສາ 2018, ຈົນເຖິງຂະນະນີ້ ໄດ້ເຮັດໃຫ້ເກີດຄວາມເສຍຫາຍປະມານ 20 ລ້ານເອີໂຣ ຕໍ່ການຢຸດງານ 1 ວັນ ລວມແລ້ວ 100 ກວ່າລ້ານເອີໂຣ.

ພ້ອມນີ້, ປະທານາທິບໍດີ ເອມ ມານູເອວ ມາຄຣົງ ຂອງຝຣັ່ງ ມີກຳນົດຈະໃຫ້ສຳພາດໃນລາຍການໂທລະພາບ ຄວາມຍາວ 1 ຊົ່ວ ໂມງ ໃນວັນທີ 12 ເມສານີ້ ຕໍ່ກັບເຫດການດັ່ງກ່າວນີ້.