ຂ່າວຕ່າງປະເທດລາຍງານໃນວັນທີ 10 ເມສາ ນີ້ວ່າ: ລົດເມຮັບສົ່ງນັກຮຽນຂອງໂຮງຮຽນເອກະຊົນແຫ່ງໜຶ່ງ ໃນລັດຫິມາຈັນປະເທດ ໃນປະເທດອິນເດຍ ໄດ້ເສຍຫຼັກຕົກລົງຜາໃນເຂດເມືອງນູປຸຣະ ຫ່າງຈາກເມືອງຊິມມາລາ ເມືອງເອກຂອງລັດຫິມາຈັນປະເທດ ປະມານ 325 ກິໂລແມັດ.

ທ່ານ ສັນໂດດ ປາຕຽນມາ ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ ເປີດເຜີຍວ່າ: ລົດເມໄດ້ຕົກລົງໃນແມ່ນ້ຳທາງດ້ານລຸ່ມ, ເຊິ່ງຫ່າງຈາກໜ້າຜາສູງ 60 ແມັດ ເຮັດໃຫ້ນັກຮຽນເສຍຊີວິດ 27 ຄົນ ອາຍຸລະຫວ່າງ 10-12 ປີ. ໃນນີ້, ມີຄູ 2 ຄົນ, ໂຊເຟີຂັບລົດ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຖືກສົ່ງຕົວໄປໂຮງໝໍ 12 ຄົນ, ສ່ວນຫຼາຍອາການສາຫັດ. ພ້ອມນັ້ນ, ເຈົ້າໜ້າທີ່ທາງລັດຫິມາຈັນປະເທດ ປະກາດຈ່າຍເງິນແທນຄ່າເສຍຫາຍ ຈຳນວນ 500.000 ຣູປີ ແກ່ຄອບຄົວຂອງຜູ້ປະສົບເຫດເຄາະຮ້າຍແຕ່ລະຄົນ.

ອິນເດຍ ເປັນໜຶ່ງປະເທດທີ່ມີອຸບັດຕິເຫດທາງທ້ອງຖະໜົນຢ່າງຮ້າຍແຮງທີ່ສຸດໃນໂລກ ຈາກ ຂໍ້ມູນຂອງທາງການ ໃຫ້ຮູ້ວ່າ: ມີປະຊາຊົນເສຍຊີວິດຫຼາຍກວ່າ 150.000 ຄົນ ໃນແຕ່ລະປີ, ເຊິ່ງ ອຸບັດຕິເຫດສ່ວນຫຼາຍແມ່ນເກີດ ຈາກສະພາບຖະໜົນທີ່ອັນຕະລາຍ, ພາຫະນະຂົນສົ່ງບໍ່ຮັບປະກັນດ້ານເຕັກນິກ ແລະ ຜູ້ຂັບຂີ່ ລົດມີຄວາມປະ ໝາດຂາດສະຕິ.

ໃນເດືອນມີນາ ຜ່ານມາ, ກໍເຄີຍເກີດເຫດລົດບັນທຸກ ທີ່ພາຍາດພີ່ນ້ອງໄປຮ່ວມງານແຕ່ງານ ໄດ້ເກີດເຫດເສຍຫຼັກ ພິກຂວ້ຳຕົກຂົວຢູ່ທາງພາກຕາເວັນຕົກຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ 30 ຄົນ, ສ່ວນຫຼາຍເປັນແມ່ຍິງ ແລະ ເດັກນ້ອຍ.