ຂ່າວຕ່າງປະເທດລາຍງານໃນວັນທີ 9 ເມສາ ນີ້ວ່າ: ຊາວອິນໂດເນເຊຍ 11 ຄົນ ເສຍຊີວິດ ແລະ ອີກຫຼາຍຄົນເຈັບ ໜັກ ຫຼັງຈາກ ດື່ມເຫຼົ້າເຖື່ອນ, ເຊິ່ງກ່ອນໜ້ານີ້ມີຜູ້ເຄາະຮ້າຍເສຍຊີວິດຍ້ອນດື່ມເຫຼົ້າເຖື່ອນແລ້ວ 24 ຄົນ.

ທ່ານ ທຣູໂນຍູໂດ  ວິສະນຸ ອັນດິໂກ ໂຄສົກຕຳຫຼວດແຂວງຊະວາຕາເວັນຕົກ  ເປີດເຜີຍວ່າ: ພົບຜູ້ເສຍຊີວິດແລ້ວ 11 ຄົນ ໃນຈຳນວນຜູ້ປ່ວຍ 27 ຄົນ ທີ່ຖືກນຳສົ່ງໂຮງໝໍ. ຫຼັງຈາກດື່ມເຫຼົ້າເຖື່ອນເຂົ້າໄປຢູ່ເຂດຊິຄາເລງກາ ແຂວງຊະວາຕາເວັນຕົກ. ນອກນັ້ນ, ຍັງມີອີກຫຼາຍຄົນຍັງມີອາການສາຫັດ; ເຊິ່ງເຈົ້າໜ້າທີ່ຕຳຫຼວດກຳລັງເຂົ້າໄປ ກວດສອບຫາຮ້ານທີ່ຈຳໜ່າຍເຫຼົ້າເຖື່ອນ ແລະ ຍັງບໍ່ໄດ້ຈັບກຸມຜູ້ຖືກສົງໄສ.

ນອກນັ້ນ, ໃນທ້າຍອາທິດຜ່ານມາ, ມີຜູ້ເສຍຊີວິດແລ້ວ 24 ຄົນ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ ເພາະດື່ມເຫຼົ້າເຖື່ອນທີ່ລັກຕົ້ມເອງຂອງຄົນຂາຍເຄື່ອງດື່ມສະໝຸນໄພ, ເຊິ່ງຜູ້ຖືກຫາຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມ ຕົວໄດ້ ແລະ ຍອມຮັບສາລະ ພາບວ່າ: ແອບລັກຕົ້ມເຫຼົ້າເຖື່ອນຂຶ້ນມາເອງ ໂດຍປະສົມເຫຼົ້າບໍລິສຸດກັບປະເພດນ້ຳ ອັດລົມຍີ່ຫໍ້ໜຶ່ງ ແລະ ຍັງມີການປະສົມເຄື່ອງດື່ມບຳລຸງກຳລັງນຳອີກ.

ເຫດຜູ້ເຄາະຮ້າຍດື່ມເຫຼົ້າເຖື່ອນນີ້, ເສຍຊີວິດໄປແລ້ວຫຼາຍຄົນໃນປະເທດອິນໂດເນເຊຍ, ເຊິ່ງເຈົ້າໜ້າທີ່ຕຳຫຼວດກຳ ລັງຕິດຕາມຈັບຕົວຄົນຂາຍເຫຼົ້າເຖື່ອນ, ເຊິ່ງເປັນຕົວແທນຈຳໜ່າຍມາລົງໂທດຕາມກົດໝາຍ.