ນັກສຶກສາຫຼາຍພັນຄົນປະເທດບັງກລາເທດ ຊຸມນຸມປະທ້ວງຕໍ່ຕົນ ເລື່ອງໂຄຕ້າຕຳແໜ່ງວຽກຂອງລັດຖະບານ ໃນວັນທີ 9 ເມສາ ແລ້ວເກີດການປະທະກັນຢູ່ທີ່ມະຫາວິທະຍາໄລຊື່ດັງຂອງປະເທດ ເປັນເຫດໃຫ້ມີຜູ້ບາດເຈັບ ຢ່າງນ້ອຍ 100 ຄົນ.

ເຈົ້າໜ້າທີ່ຕຳຫຼວດ ຈຳເປັນຕ້ອງຍິງລູກປືນຢາງ ແລະ ແກັສນ້ຳຕາໃສ່ກຸ່ມນັກສຶກສາທີ່ປະທ້ວງທີ່ມະຫາວິທະຍາ ໄລຖາກາ ເພື່ອສະຫຼາຍການຊຸມນຸມ; ສາເຫດຂອງການປະທ້ວງ ເນື່ອງຈາກກຸ່ມນັກສຶກສາຈຳນວນຫຼາຍຮ້ອຍຄົນ ທີ່ບໍ່ພໍໃຈການກຳນົດໂຄຕ້າຕຳແໜ່ງງານຂອງລັດຖະບານ ທີ່ເອື້ອປະໂຫຍດໃຫ້ແກ່ຄົນບາງກຸ່ມ; ການກໍ່ເຫດຄັ້ງ ນີ້ຖືວ່າເປັນການປະທ້ວງຄັ້ງໃຫຍ່ທີ່ສຸດອີກຄັ້ງໜຶ່ງຂອງບັນດານັກສຶກສາໃນຍຸກທີ່ຢູ່ພາຍໃຕ້ການບໍລິຫານຂອງນາ ຍົກລັດຖະມົນຕີ ເຊດຮາສິນາ. ຂະນະດຽວກັນ ມີລາຍງານວ່ານັກສຶກສາທີ່ມະຫາວິທະຍາໄລຂອງລັດຖະບານ ຫຼາຍແຫ່ງ ລວມທັງທີ່ເມືອງທ່າຈິດຕະກອງ ບໍ່ຍອມເຂົ້າຮຽນ ແລະ ນັ່ງປັກຫຼັກປະທ້ວງ.

ເຫດປະທະກັນເລີ່ມຂຶ້ນໃນຕອນຄ່ຳຂອງວັນທີ 8 ເມສາ ຕາມເວລາທ້ອງຖິ່ນ ແລະ ຕໍ່ເນື່ອງມາຈົນເຖິງວັນທີ 9 ເມສາ ເຮັດໃຫ້ມະຫາວິທະຍາໄລຖາກາ ກາຍສະພາບເປັນສະໜາມຮົບ ແລະ ເກີດການຊຸມນຸມປະທ້ວງໃນແບບດຽວກັນໃນ ອີກຫຼາຍເມືອງ; ແກນນຳການປະທ້ວງໃນນະຄອນຫຼວງຖາກາ ກ່າວວ່າ: ພວກເຂົາກຳລັງປະທ້ວງຢ່າງສະຫງົບຈົນ ເຈົ້າໜ້າທີ່ຕຳຫຼວດເລີ່ມຍິງແກັສນ້ຳຕາ ແລະ ລູກປືນຢາງເພື່ອສະລາຍການປະທ້ວງ ຈຶ່ງເຮັດໃຫ້ກາຍເປັນຄວາມ ຮຸນແຮງ ພ້ອມທັງມີຜູ້ບາດເຈັບອີກປະມານ 100 ຄົນ ແຕ່ອາການບໍ່ສາຫັດ.