ຂ່າວຕ່າງປະເທດລາຍງານໃນວັນທີ 10 ເມສາ ທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຂອງ ສປ ຈີນ ຮັບປາກຈະເປີດກວ້າງເສດຖະກິດຫຼາຍຂຶ້ນກວ່າເກົ່າ, ຫຼຸດພາສີນຳເຂົ້າສິນຄ້າຫຼາຍຊະນິດລວມທັງລົດຍົນ.

ປະທານປະເທດ ສີ ຈິ້ນຜິງ ກ່າວໃນເວທີກອງປະຊຸມໂປ໋ອ່າວ ອາຊີ ທີ່ມົນທົນໄຫ່ໜານ ວ່າ: ປີນີ້, ຈີນ ຈະພິຈາລະນາ ຫຼຸດພາສີນຳເຂົ້າລົດຍົນ ແລະ ສິນຄ້າອື່ນໆບາງຊະນິດ, ເພີ່ມອັດຕາການເປັນເຈົ້າຂອງໆຕ່າງປະເທດໃນທຸລະກິດ ລົດຍົນໂດຍໄວທີ່ສຸດ, ສືບຕໍ່ເປີດກວ້າງມາດຕະການເປີດເສລີພາບການເງິນຕາມທີ່ປະກາດໄປກ່ອນໜ້ານີ້ ລວມທັງຈະດຳເນີນມາດຕະການເປີດຕະຫຼາດ ແລະ ພາກປະກັນໄພໃຫ້ນັກລົງທຶນຕ່າງປະເທດຢ່າງໄວວາ.

ຄວາມເຫັນດັ່ງກ່າວສົ່ງຜົນໃຫ້ສັນຍານຊື້-ຂາຍລ່ວງໜ້າອ້າງອີງລາຄາຫຸ້ນຂອງສະຫະລັດ ອາເມລິກາ, ເງິນໂດລາ ແລະ ຫຸ້ນອາຊີ ປັບຕົວສູງຂຶ້ນ ຫຼັງເກີດບັນຍາກາດເຄັ່ງຕຶງທາງການຄ້າລະຫວ່າງ ຈີນ ກັບ ສະຫະລັດ ອາເມລິກາ ເຊິ່ງ ຕ່າງຝ່າຍຕ່າງຂູ່ຈະເກັບພາສີເຊິ່ງກັນ ແລະກັນ ໃນອາທິດທີ່ຜ່ານມາ.