ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ( ຊປປລ ) ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງ ຊປປລ ພ້ອມຄະນະ ໄດ້ພ້ອມກັນວາງກະຕ່າດອກໄມ້ທີ່ຫອມຫວນຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເຊິ່ງເປັນຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເນື່ອງໃນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ( 14 ເມສາ 1955-14 ເມສາ 2018 ).

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ເມສາ 2018 ເພື່ອລະນຶກເຖິງດວງວິຍານຂອງບັນດາທ່ານຜູ້ນໍາ ແລະ ເປັນການສະແດງຄວາມໄວ້ອາໄລຮັກເຖິງດວງວິນຍານຂອງບັນດາສະຫາຍການນໍາພັກ-ລັດ ຂອງ ສປປ ລາວ ໃນເມື່ອກ່ອນ ແລະ ເປັນການຈົດຈໍາຜົນງານຄຸນງາມຄວາມດີຢ່າງບໍ່ມີຂອບເຂດຂອງບັນດາທ່ານທີ່ໄດ້ເສຍຊີວິດ ເພື່ອປະເທດຊາດ ແລະ ເພື່ອປະຊາຊົນລາວບັນດາເຜົ່າ.

ພາຍຫຼັງສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມ ໃນວັນທີ 14 ເມສາ 1955 ເຊິ່ງແມ່ນຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນປັດຈຸບັນ, ອົງການດັ່ງກ່າວກໍໄດ້ກາຍເປັນໃຈກາງປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີ ແລະ ສຶກສາອົບຮົມຖັນແຖວພະນັກງານຊາວໜຸ່ມປະຕິບັດປະຈັນບານໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ; ຕະຫຼອດໄລຍະ 63 ປີຜ່ານມາ ຄະນະ ຊປປລ ກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດປູກຈິດສໍານຶກຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ ແລະ ທ່ານຜູ້ນໍາໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ, ເຮັດໃຫ້ພວກເຂົາມີວຽກເຮັດງານທໍາສາມາດແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເທື່ອລະກ້າວ; ຜ່ານຂະບວນການປະຕິບັດວຽກງານຕົວຈິງຂອງຄະນະຊາວໜຸ່ມແຕ່ລະຂັ້ນຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ໄດ້ຮັບການຍ້ອງຍໍເປັນທຸງໄຊນໍາໜ້າເປັນຈໍານວນຫຼວງຫຼາຍ.