ທ່ານ ທອງລຸນ ສີລຸລິດ ນາຍົກລົດຖະມົນຕີ ພ້ອມດ້ວຍຄະນະ ໄດ້ພ້ອມກັນເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 10 ເມສາ 2018 ເຊິ່ງໄດ້ພົບປະໂອ້ລົມໃຫ້ອຳນາດການປົກຄອງ ແລະ ປະຊາຊົນບ້ານດອນປາແດກ, ບ້ານດອນຂຽວ ແລະ ບ້ານອ້ອມຂ້າງ ເມືອງໜອງບົກ ຈົ່ງສືບຕໍ່ຮັກສາມູນຊື້ອຄວາມດຸໝັ່ນໃນການສ້າງສາທຳມາຫາກິນ.

ໂອກາດທີ່ໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຕ່ລະບ້ານພາຍໃນເມືອງໜອງບົກ ຈົ່ງຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນໃນການສ້າງສາທຳມາຫາກິນ ໂດຍເອົາໃຈໃສ່ໃນການປູກຝັງ-ລ້ຽງສັດ, ສ້າງ ຫຼື ຊອກຫາສິນຄ້າທີ່ເປັນພູມປັນຍາຂອງຊາວບ້ານ ແລະ ພາຍໃນທ້ອງຖິ່ນບໍ່ວ່າຈະເປັນສິນຄ້າອຸດສາຫະກຳ, ຫັດຖະກຳ ແລະ ອາຫານປະເພດຕ່າງໆມາຕົກແຕ່ງ-ປັບປຸງເພີ່ມເຕີມເພື່ອນຳມາວາງຈຳໜ່າຍ ແລະ ຂາຍເປັນສິນຄ້າ ເປັນເຄື່ອງຝາກຂອງຕ້ອນ ແລະ ໃຫ້ກາຍເປັນເອກະລັກຂອງທ້ອງຖິ່ນ ກໍຄືເອກະລັກຂອງເມືອງ.

ຈາກນັ້ນ, ກໍໄດ້ເຄື່ອນໄຫວຢ້ຽມຢາມໂຮງສີເຂົ້າ ບຸນມີ ຢູ່ບ້ານດົງຂວາງ ເມືອງໜອງບົກ ທີ່ສ້າງຕັ້ງຂຶ້ນໃນວັນທີ 1 ຕຸລາ 1995. ໂຮງສີດັ່ງກ່າວແມ່ນມີກຳລັງການຜະລິດ 10-15 ໂຕນຕໍ່ວັນ ກໍາລັງການຜະລິດຂອງໂຮງອົບເຂົ້າ 30 ໂຕນຕໍ່ວັນ ແລະ ຕິດຕາມເບິ່ງໂຄງການປຸງແຕ່ງເກືອໂບຼມ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ຂອງບໍລິສັດ ລາວຫົງທອງ ອຸດສາຫະກຳ ຈຳກັດ ໄດ້ເຊັນສັນຍາການຮ່ວມມືກັບບໍລິສັດ ຊີໂນອາກກິໂປຕາສ ໂດຍນ້ຳໃຊ້ຫາງແຮ່ ( ນ້ຳເສດ ) ພາຍຫຼັັງການຂຸດຄົ້ນເກືອໂປຕາສ ມາຜະລິດສະກັດເອົາສານໂບຼມ ຜະລິດເປັນໂຊດຽມໂບຼມ. ໂຮງງານດັ່ງກ່າວ ມີເນື້ອທີ່ 10 ກວ່າເຮັກຕາ, ການອອກແບບກຳລັງການຜະລິດຂອງໂຄງການແມ່ນ 8.000 ໂຕນ, ກຳລັງຜະລິດໂຊດຽມໂບຼມ ໄລຍະທີໜ່ຶ່ງແມ່ນ 3.000 ໂຕນ, ບໍລິສັດລາວ ຫົງທອງ ອຸດສາຫະກຳ ຈຳກັດ ໄດ້ຈົດທະບຽນສ້າງຕັ້ງບໍລິສັດໃນປີ 2015 ແລະ ເລີ່ມການຜະລິດແຕ່ເດືອນກໍລະກົດ 2016 ມາຮອດປັດຈຸບັນຜະລິດຕະພັນໂຊດຽມໂບຼມ ສົ່ງອອກຈຳໜ່າຍຢູ່ 4.000 ກວ່າໂຕນ. ປີ 2017 ທາງບໍລິສັດໄດ້ປະຕິບັດພັນທະຕໍ່ລັດຖະບານລາວເຊັ່ນ: ໄດ້ຊໍາລະຄ່າຊັບພະຍາກອນ 4% ຂອງມູນຄ່າສົ່ງອອກ, ອາກອນຂຸດຄົ້ນ, ອາກອນສົ່ງອອກ, ອາກອນມູນຄ່າເພີ່ມຈາກການຊື້ຫາງແຮ່ 10% ແລະອື່ນໆ ທີ່ຕິດພັນກັບການສົ່ງອອກ ລວມທັງໝົດ 570.000 ກວ່າໂດລາສະຫະລັດ. ນອກນີ້, ຍັງໄດ້ມອບພັນທະໃນການພັດທະນາທ້ອງຖິ່ນ ແລະ ເງິນກອງທຶນປົກປັກຮັກສາສິ່ງແວດລ້ອມໃຫ້ຂັ້ນສູນກາງ ແຂວງ ແລະ ເມືອງ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຂົ້າພົບປະການນຳຂອງແຂວງ ແລະ ບັນດາພາກສ່ວນຕ່າງໆອ້ອມຂ້າງແຂວງ; ໂດຍທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ໄດ້ລາຍງານສະພາບການໂດຍຫຍໍ້ໃນການປະຕິບັດວຽກງານພາຍໃນແຂວງ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານທາງດ້ານຂົງເຂດວັດທະນະທຳ-ສັງຄົມ, ວຽກງານແນວລາວສ້າງຊາດ ແລະ ວຽກງານອົງການຈັດຕັ້ງມະຫາຊົນ. ພາຍຫຼັງຮັບຟັງ ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນແຂວງ ໂດຍສະເພາະແມ່ນການຊອກຂຸດຄົ້ນແຫຼ່ງລາຍຮັບໃນດ້ານຕ່າງໆ, ການບຸກທະລຸທາງດ້ານກົນໄກ ແລະ ວຽກງານຕ່າງໆອີກຈຳນວນໜຶ່ງ.