ໃນອາທິດຜ່ານມາ, ໂຮງຮຽນ ປກສ ຊັ້ນກາງເລກ 3 ແຂວງຈຳປາສັກ ໄດ້ປິດຊຸດຝຶກອົບຮົມວິຊາສະເພາະ ບໍາລຸງໄລຍະສັ້ນ 3 ເດືອນ ຮຸ້ນທີ 5, ໂດຍການເຂົ້າຮ່ວມຂອງ ພັທ ສຸກພະຈັນ ສີລາເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຕ່າງໜ້າກົມກໍ່ສ້າງກໍາລັງ, ຫົວໜ້າໂຮງຮຽນ ປກສ ຊັ້ນກາງເລກ 3, ຄະນະພັກ-ຄະນະບັນຊາ, ຫ້ອງການເມືອງ ປກສ ແຂວງ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ພັທ ໄກຍະກອນ ພິມພາພົງສະຫວັດ ໄດ້ຂຶ້ນຜ່ານຜົນສຳເລັດກ່ຽວກັບ ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ລະບົບ 3 ເດືອນ ຮຸ້ນທີ 5, ມີຈຳນວນນັກສໍາມະນາກອນ ທັງໝົດ 125 ສະຫາຍ ຍິງ 22 ສະຫາຍ, ມາຈາກກົມກອງອ້ອມຂ້າງກະຊວງ ປກສ, ກອງບັນຊາການ ປກສ ແຂວງຈຳປາສັກ, ປກສ ແຂວງສາລະວັນ, ປກສ ແຂວງເຊກອງ ແລະ ກອງບັນຊາການ ປກສ ແຂວງອັດຕະປື. ໃນນັ້ນ, ນັກສຳມະນາກອນໄດ້ຮຽນຮູ້ພື້ນຖານກ່ຽວກັບທິດສະດີມາກ-ເລນິນ, ວິທະຍາສາດພື້ນຖານທາງກົດໝາຍ ແລະ ຄວາມຮູ້ກ່ຽວກັບວຽກງານວິຊາສະເພາະຂອງວຽກງານປ້ອງກັນຄວາມສະຫງົບ. ຜ່ານການຮຽນ-ການສອນ ສາມາດປະເມີນຜົນໄດ້ຮັບສະແດງອອກຕົວຈິງ ຄື: ຄະແນນ 9 ມີ 89 ສະຫາຍ, ຄະແນນ 8 ມີ 31 ສະຫາຍ, ຄະແນນ 7 ມີ 4 ສະຫາຍ.

ໃນພິທີ ພັທ ບຸນມີ ມັກຄະວານ ຍັງໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາຄູ-ອາຈານ ແລະ ນັກສໍາມະນາກອນຊຸດຝຶກອົບຮົມຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ນັກສໍາມະນາກອນຈົ່ງນຳເອົາຄວາມຮູ້-ຄວາມສາມາດທີ່ໄດ້ຮ່ຳຮຽນມາ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ກົມກອງທ້ອງຖິ່ນຂອງຕົນໃຫ້ຮັບປະກັນໄດ້ 3 ຄາດໝາຍຄື: ດ້ານການເມືອງ, ດ້ານວິຊາສະເພາະ ແລະ ດ້ານກົດໝາຍ. ພ້ອມນັ້ນ, ກໍ່ໄດ້ມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍໃຫ້ຜູ້ທີ່ຮຽນດີຮຽນເກ່ັງຕື່ມອີກ.