ກອງບັນຊາການ ປກສ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018 ຂຶ້ນໃນວັນທີ 4 ເມສາ 2018, ໂດຍການເປັນປະທານຂອງ ພັທ ຄຳສຸກ ປະເສີດຄຳຫຼ້າ ຫົວໜ້າກອງບັນຊາການ ເມືອງໄຊບູລີ, ມີ ທ່ານ ບຸນຍົງ ຈັນນິຍະວົງ ເຈົ້າເມືອງໄຊບູລີ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັຕ ວາດສະໜາ ພິລາມະໂຄດ ຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ປກສ ເມືອງໄຊບູລີ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບເປັນກົກ, ຊີ້ນຳ-ນຳພາ ພະນັກງານ-ນັກຮົບວິຊາສະເພາະຢ່າງໃກ້ຊິດຕິດແທດ ເຊິ່ງມັນສະແດງອອກໃນການປະຕິບັດໜ້າທີ່ວຽກງານໄລຍະຜ່ານມາ ສາມາດແກ້ບັນດາລາຍຄະດີເກີດຂຶ້ນທັງໝົດ 138 ເລື່ອງ, ກັກຕົວຜູ້ຖືກຫາ 166 ຄົນ ຍິງ 10 ຄົນ; ໃນນີ້, ມີຄະດີອາຍາເກີດຂຶ້ນທັງໝົດ 59 ເລື່ອງ, ຜູ້ຖືກຫາ 66 ຄົນ, ພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ມີ 16 ລາຍ, ຜົນເສຍຫາຍ ມີລົດຈັກເສຍ 35 ຄັນ ສາມາດເກັບກູ້ມາໄດ້ 23 ຄັນ ແລະ ຢືດຂອງກາງໄດ້ ມີປືນສັ້ນ 9 ມມ ພ້ອມລູກກະສູນ 1 ກະບອກ, ເງິນສົດ 21.500 ບາດ, ຄະດີຢາເສບຕິດ ມີ 79 ເລື່ອງ, ຜູ້ຖືກຫາ 100 ຄົນ ຍິງ 7 ຄົນ, ຢືດຂອງກາງຢາບ້າໄດ້ 3.566 ເມັດ, ມີອຸບັດຕິເຫດເກີດຂື້ນທັງໝົດ 44 ລາຍ ຜົນເສຍຫາຍຄົນໄດ້ຮັບບາດເຈັບ 48 ຄົນ, ເສຍຊີວິດ 10 ຄົນ ຍິງ 2 ຄົນ, ພາຫະນະເປ່ເພ 61 ຄັນ, ມີອັກຄີໄພເກີດຂຶ້ນ 2 ຄັ້ງ ຜົນເສຍຫາຍທັງໝົດ 132.430.000 ກີບ.

ໃນຕອນທ້າຍ, ທ່ານຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ ກໍໄດ້ໂອລົມຕໍ່ພະນັກງານ-ນັກຮົບ ກອງບັນຊາການ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດຂອງແຕ່ລະສະຫາຍຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຊີ້ນໍາໃຫ້ທຸກສະຫາຍຈົ່ງສືບຕໍ່ຮັກສາມູນເຊື້ອຜົນສໍາເລັດນັ້ນໄວ້ຕະຫຼອດໄປ. ຄຽງຄູ່ກັນນັ້ນ, ທ່ານກໍໄດ້ເນັ້ນໃຫ້ທຸກສະຫາຍຈົ່ງເພີ່ມຄວາມເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວິຊາສະເພາະໃຫ້ເຂັ້ມແຂງຂຶ້ນ, ເພີ່ມຄວາມດຸໝັ້ນຫ້າວຫັນ, ມີຄວາມເສຍສະລະ, ຈໍາແນກໃຫ້ໄດ້ມິດ-ສັດຕູຢ່າງຈະແຈ້ງ, ຕອບຕ້ານສະກັດກັ້ນ ແລະ ແກ້ໄຂເຫດການບໍ່ດີໃຫ້ທັນການ ແລະ ຮັບປະກັນສູງ.