ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ທິດຊີ້ນຳຫຼາຍວຽກງານທີ່ສຳຄັນຕໍ່ການນຳແຂວງສະຫວັນນະເຂດ ໃນໂອກາດທີ່ເຄື່ອນໄຫວຊຸກຍູ້ການຜະລິດຢູ່ແຂວງສະຫວັນນະເຂດ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາພະແນກການ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ວັນທີ 9 ເມສາທີ່ຜ່ານມາ.

ໃນນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຕໍ່ການນຳຫຼັກແຫຼ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ເອົາໃຈໃສ່ຕໍ່ການເບີກຈ່າຍເງິນເດືອນແກ່ພະນັກງານ-ລັດຖະກອນ ໃຫ້ທັນກຳນົດເວລາຢ່າງເປັນປົກກະຕິ ໂດຍໃຫ້ຖືເປັນໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງທຸກຂັ້ນ; ລົງເລິກຄຸ້ມຄອງລາຄາສິນຄ້າດ້ວຍຄວາມເປັນເຈົ້າການ, ແທດເຖິງຕົວຈິງ ແລະ ກາຍເປັນແບບຢ່າງໃຫ້ແກ່ທ້ອງຖິ່ນອື່ນ ໂດຍຈຳກັດການນຳເຂົ້າສິນຄ້າທີ່ສາມາດຜະລິດໄດ້ຈາກພາຍໃນ, ສົ່ງເສີມການສ້າງມູນຄ່າໃຫ້ແກ່ຜະລິດຕະພັນພາຍໃນ ໂດຍສະເພາະແມ່ນຜົນຜະລິດຂອງປະຊາຊົນ, ເຮັດໃຫ້ລາຄາສິນຄ້າເປັນໄປຕາມການກຳນົດໃນແຕ່ລະໄລຍະຢ່າງເຄັ່ງຄັດ ເພື່ອເຮັດໃຫ້ວຽກງານຄຸ້ມຄອງລາຄາສິນຄ້າມີການຫັນປ່ຽນຢ່າງຈະແຈ້ງ.

ພ້ອມທັງເອົາໃຈໃສ່ຕໍ່ການຄຸ້ມຄອງການລົງທຶນຂອງລັດຢ່າງມີຈຸດສຸມ, ມີການເລືອກເຟັ້ນ, ຄິດໄລ່ລາຄາສົມເຫດສົມຜົນບົນພື້ນຖານຈິດໃຈປະຢັດມັດທະຍັດ, ມີຄຸນນະພາບ, ໄດ້ມາດຕະຖານ, ນຳໃຊ້ໄດ້ຍາວນານ ແລະ ເກີດມີປະສິດທິຜົນຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ ພ້ອມທັງອຳນວຍຄວາມສະດວກ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫຼາຍຂຶ້ນເລື້ອຍໆ; ສືບຕໍ່ເຂັ້ມງວດ, ເດັດຂາດ ແລະ ມີຄວາມສະເໝີພາບໃນສັງຄົມຕໍ່ການປະຕິບັດລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ເປັນຕົ້ນຄຳສັ່ງເລກທີ 15/ນຍ, ການນຳເຂົ້າສິນຄ້າ ແລະ ນໍ້າມັນເຊື້ອໄຟ, ການແກ້ໄຂບັນຫາການນຳເຂົ້າລົດບໍ່ຖືກຕ້ອງ, ການແກ້ໄຂບັນຫາຢາເສບຕິດ, ການເສຍພັນທະພາສີອາກອນຕ່າງໆ ແລະອື່ນໆ; ໃນນັ້ນ, ວຽກໃດມີເງື່ອນໄຂສາມາດຫັນໄປສູ່ທັນສະໄໝ ແລະ ມີຄວາມໂປ່ງໃສໄດ້ ແມ່ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດ (ບໍ່ແກ່ຍາວເວລາ) ໂດຍສະເພາະວຽກງານການເກັບລາຍຮັບເຂົ້າງົບປະມານ; ເອົາໃຈໃສ່ເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງທີ່ດິນ ແລະ ຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມທັງເກັບກູ້ໃນສ່ວນທີ່ຕົກເຮ່ຍໄປກັບຄືນມາໃຫ້ລັດຢ່າງຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນຕາມກຳນົດເວລາ.

ໂອກາດທີ່ເຄື່ອນໄຫວຢູ່ແຂວງສະຫວັນນະເຂດ ຄັ້ງນີ້, ທ່ານເຈົ້າແຂວງ ໄດ້ລາຍງານວ່າ: ທົ່ວແຂວງສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມປອດໄພໂດຍພື້ນຖານ, ປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າດີຂຶ້ນກວ່າເກົ່າ; ທົ່ວແຂວງຍັງມີຄອບຄົວທຸກຍາກ 7.970 ຄອບຄົວ ເທົ່າກັບ 4,85% ຂອງຈໍານວນຄອບຄົວໃນທົ່ວແຂວງ, ຍັງມີບ້ານທຸກຍາກ 110 ບ້ານ ເທົ່າກັບ 10,7% ຂອງຈໍານວນບ້ານໃນທົ່ວແຂວງ; ເສດຖະກິດຂະຫຍາຍຕົວສະເລ່ຍ 9,52%, ສະເລ່ຍຕໍ່ຫົວຄົນໄດ້ 1.952 ໂດລາສະຫະລັດ.

ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມຟາມລ້ຽງໝູ ວັນທະວີໄຊ ຢູ່ບ້ານຫຼັກ 35 ເມືອງຈຳພອນ, ໄປພົບປະໂອ້ລົມປະຊາຊົນບ້ານທ່າຂາມລຽນ ແລະ ຢ້ຽມຢາມກຸ່ມຜະລິດຫັດຖະກຳຕໍ່າແຜ່ນບ້ານລະຫານ້ຳ ເມືອງສອງຄອນ.