ຫ້ອງການເມືອງ ຫ້ອງວ່າການກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018, ໂດຍມີ ພົຈວ ສົມວັນ ສາຍລ້ອງພາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະພັກ-ຄະນະນໍາຫ້ອງການ, ພະແນກ ແລະ ພະນັກງານ-ນັກຮົບອ້ອມຂ້າງເຂົ້າຮ່ວມ.

ພັທ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ປີ 2017 ຜ່ານມາ, ຄະນະຫ້ອງ-ຄະນະພະແນກ ແລະ ພະນັກງານ-ນັກຮົບຫ້ອງການເມືອງ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນໄດ້ເຮັດບົດລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງຫ້ອງວ່າການຄະນະກໍາມາທິການ ປກຊ-ປກສ ສູນກາງ 1 ສະບັບ, ກວດຜ່ານເງິນເດືອນຂອງພະນັກງານ-ນັກຮົບທົ່ວຫ້ອງວ່າການກະຊວງ ຈໍານວນ 12 ຊຸດ, ຄົ້ນຄວ້າສະເໜີເລື່ອນຊັ້ນ ແລະ ດັດແປງຊັ້ນໃຫ້ພະນັກງານທີ່ຂຶ້ນກັບ ຫ້ອງວ່າການກະຊວງ ລວມມີ 72 ສະຫາຍ, ຄົ້ນຄວ້າພະນັກງານໄປຍົກລະດັບທາງດ້ານທິດສະດີການເມືອງ, ວິຊາສະເພາະ ປກສ ແລະ ປົກຄອງໄລຍະສັ້ນ, ໄລຍະຍາວລະດັບຂັ້ນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 29 ສະຫາຍ ຍິງ 7 ສະຫາຍ; ພ້ອມນີ້ ຍັງໄດ້ຊີ້ນໍາຕິດຕາມກວດກາວຽກງານນະໂຍບາຍ ເພື່ອປັບປຸງຂອດປະຕິບັດນະໂຍບາຍໃຫ້ສອດຄ່ອງກັບແນວທາງນະໂຍບາບຂອງພັກ-ລັດທີ່ມີຕໍ່ພະນັກງານ-ນັກຮົບທົ່ວຫ້ອງວ່າການ, ຄົ້ນຄວ້າ-ນໍາສະເໜີການປະຕິບັດນະໂຍບາຍຍ້ອງຍໍຂັ້ນຕ່າງໆໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ; ໃນນີ້ ໄດ້ຮັບຍ້ອງຍໍຫຼຽນໄຊແຮງງານ ຊັ້ນ II ມີ 33 ສະຫາຍ ຍິງ 3 ສະຫາຍ, ຊັ້ນ III ມີ 8 ສະຫາຍ ຍິງ 2 ສະຫາຍ, ຫຼຽນກາແຮງງານ 35 ຍິງ 11 ສະຫາຍ, ໃບສະເໜີພະນັກງານຂອງຫ້ອງວ່າການລາພັກ ປະຈໍາປີຈໍານວນ 139 ຍິງ 50 ສະຫາຍ, ສ້າງຄອບຄົວ 14 ສະຫາຍ ຍິງ 2 ສະຫາຍ, ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງກ່ຽວກັບພະນັກງານທີ່ຮອດອາຍຸບໍານານ ຈໍານວນ 5 ສະຫາຍ ຍິງ 1 ສະຫາຍ ແລະ ໄດ້ຮັບເງິນນະໂຍບາຍຈາກຫ້ອງວ່າການ ຈໍານວນ 9.349.000 ກີບ, ສົ່ງເອກະສານ, ເຮັດບັດປະກັນສຸຂະພາບ ແລະ ເອກະສານສັງລວມລາຍຊື່ຜູ້ທີ່ມີອາຍຸ 18-23 ປີ ສົ່ງໃຫ້ກົມນະໂຍບາຍ 82 ສະຫາຍ ຍິງ 32 ສະຫາຍ, ລວມເງິນກິນທານມອບໃຫ້ຄອບຄົວຜູ້ທີ່ເສຍຊີວິດເປັນເງິນຈໍານວນ 33.678.000 ກີບ.

ທິດທາງແຜນການປີ 2018 ຄະນະນໍາຫ້ອງການເມືອງ ຈະສືບຕໍ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ສືບຕໍ່ປະຕິບັດວຽກງານທີ່ຮັບຜິດຊອບ ຄື: ຄົ້ນຄວ້າ ແລະ ນໍາສະເໜີສ້າງຮ່າງນິຕິກໍາ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານສະນະໂຍບາຍຕໍ່ພະນັກງານ, ສືບຕໍ່ປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານ-ນັກຮົບໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ເຊັ່ນ: ການເລື່ອນຊັ້ນ, ເລື່ອນຕໍາແໜ່ງ, ຍ້ອງຍໍສັນລະເສີນ, ພັກຜ່ອນບໍານານ, ສ້າງຄອບຄົວໃໝ່ ແລະ ນະໂຍບາຍດ້ານອື່ນໆ ເພື່ອເປັນການປຸກລະດົມ ແລະ ຊຸກຍູ້ດ້ານກໍາລັງໃຈໃຫ້ສະມາຊິກພັກ, ພະນັກງານ-ນັກຮົບໃນການປະຕິບັດໜ້າທີ່, ຊຸກຍູ້ແຕ່ລະຄອບຄົວຂອງພະນັກງານຜູ້ທີ່ມີເງື່ອນໄຂສ້າງການຜະລິດເສດຖະກິດຄອບຄົວ ແລະ ຕັ້ງໜ້າປະກອບສ່ວນເຂົ້າທຸກຂະບວນການທີ່ກະຊວງ ກໍຄືຫ້ອງວ່າການຈັດຂຶ້ນ.