ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂ ໃນອາທິດຜ່ານມາ ໂດຍເປັນປະທານ ແລະ ປະດັບຊັ້ນຂອງ ພັອ ຄຳເພັງ ເຈັ່ນຄຳເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ 77 ສະຫາຍ ຍິງ 22 ສະຫາຍ.

ພັທ ບົວເງິນ ສີທິວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງຜົ້ງສາລີ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 831/ກມປສ, ລົງວັນທີ 26 ມີນາ 2018 ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຜົ້ງສາລີ ເລກທີ 595/ປຜລ, ລົງວັນທີ 29 ມີນາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ, ມີເງື່ອນໄຂຄົບຖ້ວນ ແລະ ຮອດອາຍຸກະສຽນ, ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ມີທັງໝົດ 124 ສະຫາຍ ຍິງ 27 ສະຫາຍ ໃນນີ້, ຮ້ອຍຕີ ຂຶ້ນ ຮ້ອຍໂທ ມີ 14 ສະຫາຍ ຍິງ 4 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ມີ 21 ສະຫາຍ ຍິງ 5 ສະຫາຍ, ຊັ້ນສິບເອກ ຂຶ້ນ ວາທີ 17 ສະຫາຍ ຍິງ 5 ສະຫາຍ, ສິບໂທ ຂຶ້ນ ສິບເອກ 55 ສະຫາຍ ຍິງ 10 ສະຫາຍ, ສິບຕີ ຂຶ້ນ ສິບໂທ 4 ສະຫາຍ, ຊັ້ນ I ຂຶ້ນ ສິບຕີ 13 ສະຫາຍ ຍິງ 2 ສະຫາຍ.

ທ່ານຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ໂອ້ລົມຕໍ່ພະນັກງານ-ນັກຮົບ, ນາຍ ແລະ ພົນຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ເຊິ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນການປະຕິບັດກົດລະບຽບ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນແຕ່ລະຂົງເຂດ, ແຕ່ລະເຫຼົ່າຮົບວິຊາສະເພາະໃຫ້ນັບມື້ດີຂຶ້ນ; ຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນຕຳຫຼວດ ແຕ່ລະສະຫາຍຈົ່ງເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງກຳລັງປ້ອງກັນຄວາມສະຫງົບ ຕາມ 3 ທາດແທ້ 7 ມູນເຊື້ອທີ່ກຳລັງປ້ອງກັນຄວາມສະຫງົບ ວາງອອກ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງຢ່າງຮອບດ້ານ, ເປັນແບບຢ່າງໃນທຸກຂົງເຂດວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ທັງນີ້, ກໍເພື່ອເປັນການປະຕິບັດນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເປັນການຍົກສູງຄວາມຮັບຜິດຊອບຂອງພະນັກງານ-ນັກຮົບພະນັກງານບັນຊາແຕ່ລະຂັ້ນຂຶ້ນບາດກ້າວໜຶ່ງ ແລະ ເພື່ອເປັນການຊຸກຍູ້ໃຫ້ຜູ້ທີ່ມີຜົນງານດີເດັ່ນ, ມີຄວາມຫ້າວຫັນໃນໜ້າທີ່ວຽກງານການຊີ້ນຳ-ນຳພາຕໍ່ໜ້າທີ່ການເມືອງຂອງພັກ-ລັດ.