ໃນວັນທີ 23 ເມສາ 2018, ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ IX ສໍາລັບເຈົ້າໜ້າທີ່ການນໍາຂັ້ນສູງດ້ານວຽກງານຄວາມໝັ້ນຄົງ ຢູ່ເມືອງໂຊຈິ ສະຫະພັນລັດເຊຍ ໃນລະຫວ່າງວັນທີ 24-26 ເມສາ 2018; ໃຫ້ກຽດອອກສົ່ງຄະນະຜູ້ແທນຄັ້ງນີ້ໂດຍ ທ່ານ ມີຄາອິນ ບາຣານັອບ ເອກອັກຄະລັດຖະທູດແຫ່ງສະຫະພັນລັດເຊຍ ປະຈໍາ ສປປ ລາວ ແລະ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ.

ພົຕ ສົມແກ້ວ ສີລາວົງ ກ່າວວ່າ: ກອງປະຊຸມສາກົນ ຄັ້ງທີ IX ດ້ານວຽກງານຄວາມໝັ້ນຄົງ ຢູ່ເມືອງໂຊຈິ ສະຫະພັນລັດເຊຍ ຄັ້ງນີ້ ແມ່ນກອງປະຊຸມໜຶ່ງທີ່ສໍາຄັນ ເຊິ່ງໃນກອງປະຊຸມດັ່ງກ່າວ ການນໍາຂັ້ນສູງແຕ່ລະຝ່າຍ ຈະໄດ້ພ້ອມກັນແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຄວາມໝັ້ນຄົງຂອງແຕ່ລະປະເທດ ເຊິ່ງຈະເປັນບົດຮຽນໃນການປະຕິບັດວຽກງານປ້ອງກັນຄວາມສະຫງົບ ສປປ ລາວ ໃນອະນາຄົດ.

ໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ ໄດ້ອວຍພອນໃຫ້ທ່ານລັດຖະມົນຕີ ພ້ອມຄະນະ ທີ່ເດີນທາງໄປເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງເດີນທາງດ້ວຍຄວາມປອດໄພ, ປະສົບຜົນສໍາເລັດຕາມລະດັບຄາດໝາຍ.