ໃນທ້າຍອາທິດຜ່ານມາ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ລາວເວີນ ມະຫາຊົນ ໄດ້ຖະແຫຼງຂ່າວກຽມເປີດງານຕະຫຼາດນັດແຮງງານ ປີ 2018 ໃນລະຫວ່າງວັນທີ 4-8 ພຶດສະພາ 2018 ທີ່ສູນການຄ້າລາວ-ໄອເຕັກ ເພື່ອສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ຕ້ອງການວຽກເຮັດງານທໍາ ໂດຍການຖະແຫຼງຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ມີຮອງອໍານວຍການບໍລິສັດ ລາວເວີນ ມະຫາຊົນ, ຄະນະຮັບຜິດຊອບ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ລໍາພອຍ ສີອັກຄະຈັນ ກ່າວວ່າ: ການຈັດຕະຫຼາດນັດແຮງງານຄັ້ງນີ້ ແມ່ນເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ຂອງນະຄອນຫຼວງວຽງຈັນ, ຄາດໝາຍທີ 3 ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ປະກົດຜົນເປັນຈິງ ກໍຄືການຄວບຄຸມອັດຕາການຫວ່າງງານໃຫ້ຢູ່ໃນລະດັບ 2% ຕໍ່ປີ, ພັດທະນາສີມືແຮງງານໃຫ້ໄດ້ 15.000 ຄົນ ແລະ ຈັດຫາວຽກເຮັດງານທໍາໃຫ້ໄດ້ 35.000 ຄົນ, ເພື່ອເປັນການສ້າງເງື່ອນໄຂ ແລະ ເອື້ອອໍານວຍຄວາມສະດວກໃຫ້ຜູ້ຕ້ອງການວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານໄດ້ພົບປະກັນ, ລູກຈ້າງໄດ້ມີໂອກາດໂອ້ລົມກັບນາຍຈ້າງໂດຍກົງ ນໍາໄປສູ່ການຮັບສະໝັກ ແລະ ຖືກບັນຈຸເຂົ້າໃນຕໍາແໜ່ງງານຫວ່າງທີ່ເໝາະສົມກັບຄວາມຮູ້-ຄວາມສາມາດຂອງຜູ້ຊອກຫາວຽກ; ພ້ອມນີ້, ຍັງເປັນເວທີປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມ ແລະ ພັດທະນາສີມືແຮງງານ ເພື່ອຕອບສະໜອງກັບສີມືແຮງງານທາງດ້ານປະລິມານ ແລະ ຄຸນນະພາບໃຫ້ກັບຫົວໜ່ວຍທຸລະກິດຕ່າງໆທັງຜູ້ປະກອບການພາຍໃນ ແລະ ນັກລົງທຶນຕ່າງປະເທດໃຫ້ຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີປະສິດທິພາບ ແລະ ມີປະສິດທິຜົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ກໍຄືຂອງປະເທດໃຫ້ມີການຂະຫຍາຍຕົວຂຶ້ນກວ່າເກົ່າ.

ພາຍໃນງານຈະມີກິດຈະກໍາຫຼາຍຢ່າງ ເປັນຕົ້ນແມ່ນການລົງທະບຽນຮັບສະໝັກພະນັກງານ ແລະ ກິດຈະກໍາການໃຫ້ຂໍ້ມູນຂ່າວສານກ່ຽວກັບການຊອກວຽກເຮັດງານທໍາ, ຂໍ້ມູນກ່ຽວກັບການຝຶກອົບຮົມວິຊາຊີບ, ຂໍ້ມູນກ່ຽວກັບການຂະຫຍາຍຕົວຂອງຕະຫຼາດນັດແຮງງານ ແລະ ຈະມີກິດຈະກໍາການແຂ່ງຂັນສີມືແຮງງານຂອງນ້ອງນັກຮຽນຈາກສະຖາບັນ, ສູນວິຊາຊີບເພື່ອຊີງຂັນລາງວັນຈາກ ບໍລິສັດ ລາວເວີນ ມະຫາຊົນ ຈໍາກັດ ໃນສາຂາອາຊີບການແກະສະຫຼັກໝາກໄມ້; ຄາດວ່າຈະມີຜູ້ເຂົ້າຮ່ວມງານ 5.000 ຄົນ, ຈະມີຜູ້ລົງທະບຽນສະໝັກງານ ຈໍານວນ 3.200 ຄົນ, ຫົວໜ່ວຍແຮງງານເຂົ້າຮ່ວມຕັ້ງຮ້ານ, ຮັບສະໝັກງານ 150 ຮ້ານ ແລະ ມີຕໍາແໜ່ງງານຫວ່າງຫຼາຍກວ່າ 2.000 ຕໍາແໜ່ງ.